ຈີນ ສຳເລັດວາງລາງທາງລົດໄຟຄວາມໄວສູງ ຂ້າມທະເລສາຍທຳອິດ

129

ສຳນັກຂ່າວຊິນຮວາລາຍງານວ່າ ທາງການແຂວງຝູຈຽນ ເປີດເຜີຍວ່າ: ການວາງລາງທາງລົດໄຟຄວາມໄວສູງຂ້າມທະເລສາຍທຳອິດຂອງປະເທດຈີນ ໄດ້ສຳເລັດເມື່ອວັນທີ 30 ສິງຫາຜ່ານມາ.

May be an image of body of water

ທັງນີ້, ທາງລົດໄຟຄວາມສູງສາຍດັ່ງກ່າວ ມີຄວາມຍາວປະມານ 227 ກິໂລແມັດ ເຊື່ອມຕໍ່ລະຫວ່າງນະຄອນຝູໂຈ້ວ ກັບ ເມືອງທ່າເຊ່ຍເໝີນ ໄດ້ອອກແບບຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງ, ພ້ອມທັງມີສະຖານີອີກ 8 ແຫ່ງ.

ກຸ່ມບໍລິສັດຜູ້ຮັບເໝົາກໍ່ສ້າງທາງລົດໄຟດັ່ງກ່າວ ເປີດເຜີຍວ່າ: ການກໍ່ສ້າງພົບກັບຄວາມຫຍຸ້ງຍາກນານາປະການ ເນື່ອງຈາກສະພາບແວດລ້ອມ, ລະບົບທໍລະນີທາງທະເລມີ ຄວາມສະຫຼັບສັບຊ້ອນ, ໃນຂະນະທີ່ການວາງລາງຈະຕ້ອງໃຊ້ເຕັກໂນໂລຊີລ້ຳສະໄໝເຂົ້າຊ່ວຍ ໂດຍສາມາດວາງລາງໄດ້ພຽງ 6 ກິໂລແມັດຕໍ່ວັນ.

May be an image of ocean

ທັງນີ້, ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງຂ້າມທະເລ ແຕ່ເມືອງຝູໂຈວ – ເຊ່ຍເໝີນ ຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນປີໜ້າ ເຊິ່ງຈະຫຼຸດເວລາເດີນທາງລະຫວ່າງສອງເມືອງລົງເຫຼືອພຽງ 1 ຊົ່ວໂມງເທົ່ານັ້ນ.