ສົກຮຽນໃໝ່ 2022-2023 ທ່ານນາຍົກໃຫ້ຂະແໜງການສຶກສາເອົາໃຈໃສ່ປະຕິບັດ 5 ຂໍ້ນີ້

218

ສານຂອງ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ 2022-2023 ນີີ້ ເພິ່ນໄດ້ຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມຮັກແພງສາມັກຄີມາຍັງຜູ້ບໍລິຫານການສຶກສາ, ຄູອາຈານ ແລະ ນັກຮຽນນັກສຶກສາທຸກຖ້ວນໜ້າໃນຂອບເຂດທົົ່ວປະເທດ ວ່າ: ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນຂະແໜງການໜຶ່ງທີ່ລັດຖະບານ ໄດ້ໃຫ້ຄວາມສໍາຄັນຍິ່ງໃນການປະຕິບັດນະໂຍບາຍຂອງພັກ ແລະ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງ ກໍຄື ການພັດທະນາຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈທີີ່ແຂງແຮງ, ຮັກຄວາມກ້າວໜ້າ ເພື່ອກາຍເປັນກໍາລັງແຮງງານທີີ່ມີຄຸນນະພາບ ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນອະນາຄົດ.

ຄູອາຈານ ແລະ ນັກຮຽນ ນັກສຶກສາ ທີ່ຮັກແພງທັງຫຼາຍ, ສົກຮຽນໃໝ່ 2022-2023 ເປັນສົກຮຽນໜຶ່ງທີ່ມີຄວາມສໍາຄັນໃນພາລະກິດການສຶກສາຂອງພວກເຮົາ. ສະນັ້ນ, ເພື່ອຮັບປະກັນໃຫ້ການຮຽນການສອນດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ, ຄູອາຈານ, ນັກຮຽນ ນັກສຶກສາ, ການຈັດຕັ້ງ ແລະ ທຸກພາກສ່ວນທົົ່ວສັງຄົມ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ 5 ຂໍ້ດັ່ງນີີ້:

ຮູບປະກອບໄຂສົກຮຽນ 2019-2020

1) ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົົ່ງເພີ່ມທະວີຄວາມຮັບຜິດຊອບຕໍໍ່ໜ້າທີ່ວຽກງານຂອງຕົນໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍໍ້ທໍໍ້ຕ່າງໆ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານບັນຫາ ຢາເສບຕິດທີ່ຕິດພັນກັບວາລະແຫ່ງຊາດໃຫ້ເຂັ້ມງວດ ແລະ ເດັດຂາດ.

2) ບັນດາຄູອາຈານ ຈົົ່ງເອົາໃຈໃສ່ໃນການສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະ ການຈັດການຮຽນການໃຫ້ມີຄຸນນະພາບ, ຮຽນຮູ້ນໍາໃຊ້ເຕັກໂນໂລຊີຂໍໍ້ມູນຂ່າວສານປະກອບການສອນ, ໃຫ້ຈັດຕັ້ງທົບທວນ-ສໍາມະນາກັນຄືນກ່ຽວກັບຮູບແບບ, ເຕັກນິກ, ວິທີການສອນ ແລະ ການວັດຜົນ ແລະ ປະເມີນຜົນຜູ້ຮຽນໃຫ້ສອດຄ່ອງກັບສະພາບວິຖີການດໍາລົງຊີວິດແບບໃໝ່. ພ້ອມກັນນີີ້, ກໍໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດໜ້າທີ່ຢ່າງເປັນມືອາຊີບ ໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ ມີຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຝຶກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກນິກວິທີການສອນໃຫ້ທັນກັບສະພາບການ ປ່ຽນແປງ ແລະ ເຕັກໂນໂລຊີໃໝ່ ເພື່ອສົົ່ງຄວາມຮູ້ໃຫ້ແກ່ນັກຮຽນ ນັກສຶກສາໃຫ້ມີປະສິດທິຜົນສູງຂຶ້ນ.

ຮູບປະກອບ

3) ພໍໍ່ແມ່ຜູ້ປົກຄອງນັກຮຽນ ຈົົ່ງພ້ອມກັນຊຸກຍູ້ສົົ່ງເສີມໃຫ້ລູກຫຼານທີີ່ຢູ່ໃນເກນອາຍຸເຂົ້າຮຽນໄປ ເຂົ້າໂຮງຮຽນທັງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັັ້ນສູງ ແລະ ເອົາໃຈໃສ່ຕໍໍ່ການແນະນໍາລູກຫຼານໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າໃຫ້ເຫັນຄວາມສໍາຄັນຂອງການສຶກສາ ທັງຕໍໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.
4) ສໍາລັບລູກຫຼານນັກຮຽນ ນັກສຶກສາ ຈົົ່ງຕັ້ງໃຈສຶກສາຮໍ່າຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍ ຕົນເອງໃຫ້ຫຼາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍໍ່ຫຼອມໃຫ້ກາຍເປັນນັກຮຽນທີ່ຮຽນດີ, ຮຽນເກັ່ງຂອງຄູອາຈານ, ເປັນລູກຫຼານທີ່ດີຂອງພໍໍ່ແມ່, ເປັນພົນລະເມືອງທີ່ດີຂອງປະເທດຊາດ.

5) ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍໍ່ແມ່ນັກຮຽນ, ຄະນະພັດທະນາ ການສຶກສາຂັ້ນບ້ານ, ຊຸມຊົນ, ການຈັດຕັ້ງສັງຄົມ, ຜູ້ປະກອບການທຸກພາກສ່ວນ ຈົົ່ງພ້ອມກັນ ປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມ, ບົົ່ມສອນ ແລະ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ ນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນພົນລະເມືອງທີີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົົ່ວປວງຊົນລາວທັງຊາດ.