ຄວາຍຕາຍ 20 ກວ່າໂຕ ຢູ່ເມືອງປາກງື່ມ ສັນນິຖານອາດເປັນພະຍາດເຕົ້າໂຮມເລືອດ, ໃຫ້ຕິດຕາມເບິ່ງອາການສັດລ້ຽງຂອງຕົນ

50

ເຫດການຄວາຍຕາຍ ທີ່ເຫັນສື່ສັງຄົມອອນລາຍແຊຣ໌ກັນເປັນຈຳນວນຫຼາຍວ່າ ຄວາຍຂອງຊາວບ້ານຕາຍເປັນຝຸງ ເຊິ່ງບໍ່ຮູ້ເກີດຈາກສາເຫດຫຍັງ ເພາະຜ່ານມາບໍ່ເຄີຍມີເຫດການແບບນັ້ນເກີດຂຶ້ນ ເລື່ອງນີ້ໄດ້ສ້າງຄວາມສົນໃຈພໍສົມຄວນແກ່ຜູ້ພົບເຫັນ ແລະ ຕ່າງກໍ່ມີການສັນນິຖານໄປຕ່າງໆນາໆ.

ຕໍ່ເຫດການທີ່ເກີດຂຶ້ນ, ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ວັນທີ 30 ສິງຫາ 2022 ວ່າ: ເຫດການຄວາຍຕາຍຄັ້ງນີ້ ເກີດຂຶ້ນວັນທີ 27 ສິງຫາ, ເບື້ອງຕົ້ນມີຄວາຍຂອງຄອບຄົວ ທ້າວ ເກີດ ຢູ່ບ້ານຫ້ວຍນໍ້າຍຸນ ຕາຍ 1 ໂຕ, ແຕ່ທາງຄອບຄົວບໍ່ໄດ້ລາຍງານການຈັດຕັ້ງ, ຍັງພາກັນນຳເອົາຄວາຍທີ່ຕາຍແບ່ງປັນກັນໄປປຸງແຕ່ງເປັນອາຫານ, ຈາກນັ້ນມື້ຕໍ່ມາວັນທີ 28 ສິງຫາ ຈຶ່ງລາຍງານການຈັດຕັ້ງທີ່ກ່ຽວຂ້ອງຍ້ອນວ່າມີຄວາຍອີກຫຼາຍໂຕ ມີອາການບໍ່ດີເກີດຂຶ້ນ ເຮັດໃຫ້ນັບແຕ່ວັນທີ 27 ຫາ ວັນທີ 30 ສິງຫາ 2022 ນີ້ ຄວາຍຂອງຄອບຄົວ ທ້າວ ເກີດ ຄວາຍຕາຍໄປແລ້ວ 21 ໂຕ, ໃນຈໍານວນຄວາຍທີ່ມີທັງໝົດ 25 ໂຕ. ນອກຈາກນີ້, ຍັງມີຄວາຍຂອງຄອບຄົວ ທ້າວ ຕົ່ງ ຢູ່ບ້ານໜອງດົງ ຕາຍອີກ 2 ໂຕ ໃນຈໍານວນທີ່ມີທັງໝົດ 13 ໂຕ.

ຕໍ່ສະພາບການທີ່ເກີດຂຶ້ນ, ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງວິຊາສັດຕະວະແພດຂອງເມືອງລົງສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອໄປກວດກາຊອກຫາສາເຫດທີ່ເກີດຂຶ້ນ ແລະ ແນະນໍາໃນການທໍາລາຍສັດທີ່ຕາຍຕາມເຕັກ ນິກວິຊາການທີ່ຖືກຕ້ອງ, ຕາມການໃຫ້ຂໍ້ມູນເບື້ອງຕົ້ນຂອງວິຊາການຂອງເມືອງ ຄາດວ່າຄວາຍອາດຕາຍຍ້ອນພະຍາດເຕົ້າໂຮມເລືອດ ເນື່ອງຈາກມີອາການຄ້າຍຄືກັບພະຍາດດັ່ງກ່າວ. ຢ່າງໃດກໍຕາມ ປັດຈຸບັນໜ່ວຍງານທີ່ກ່ຽວຂ້ອງພວມຮີບຮ້ອນວິໄຈຫາສາເຫດການຕາຍຂອງຄວາຍດັ່ງກ່າວເພື່ອໃຫ້ໄດ້ຂໍ້ມູນທີ່ລະອຽດຊັດເຈນທີ່ສຸດ.

ທ່ານເຈົ້າເມືອງ ຍັງກ່າວອີກວ່າ: ຄວາຍຂອງປະຊາຊົນຢູ່ເມືອງປາກງື່ມທີ່ຕາຍໃນຄັ້ງນີ້ ອາດແມ່ນບໍ່ໄດ້ຕາຍຍ້ອນກິນນໍ້າຢາ ຫລື ເຄມີຈາກໂຮງງານຂອງຕ່າງປະເທດທີ່ມາລົງທຶນຢູ່ພາຍໃນເມືອງປາກງື່ມ ເພາະໄລຍະຜ່ານມາມີງົວ-ຄວາຍຂອງຫລາຍຄອບຄົວກໍໄປໃນຂົງເຂດດັ່ງກ່າວເຊັ່ນດຽວກັນ ແຕ່ກໍ່ບໍປາກົດການຫຍັງ ຫລື ມີງົວ-ຄວາຍຕາຍເກີດຂຶ້ນ.

ນອກຈາກນີ້ ໄລຍະຜ່ານມາຄວາຍຂອງຄອບຄົວທີ່ຕາຍໃນຄັ້ງນີ້ແມ່ນບໍ່ໄດ້ຮັບການສັກຢາປ້ອງກັນພະຍາດສັດມາກ່ອນ ດັ່ງນັ້ນ, ຄວາຍທີ່ຕາຍໄປອາດເກີດຈາກຫລາຍສາເຫດ. ແຕ່ບໍ່ວ່າຝຸງຄວາຍທີ່ຕາຍໄປຈະເກີດຈາກສາເຫດໃດກໍ່ຕາມ ເມື່ອຕາຍແລ້ວບໍຄວນນຳມາກິນເປັນອາຫານເພາະອາດສ່ຽງຕໍ່ສຸຂະພາບອັນຕະລາຍເຖິງຊີວິດໄດ້ ອັນສຳຄັນການລ້ຽງສັດຂໍ້ໜຶ່ງທີ່ຄວນເອົາໃຈໃສ່ຄືການສັກຢາວັກຊິນປ້ອງກັນພະຍາດຕ່າງໆຄວນໃຫ້ໄດ້ສັກຄົບເຂັມ ແລະສັກຕາມໄລຍະເວລາທີ່ກຳນົດໄວ້ໃນຫຼັກການໆແພດ ທັ້ງໝົດແມ່ນເພື່ອຄວາມປອດຂອງສັດລ້ຽງຂອງທ່ານນັ້ນເອງ.