ຢູ 15 ຈໍາປາສັກ ຄວ້າແຊັມ ບານເຕະຊີງຂັນ ສຕລ 2022 ສະໄໝທໍາອິດ ພ້ອມບົດສະຫຼຸບ

29

ຈໍາປາສັກ ເອັຟຊີ ຊຸດຮຸ່ນອາຍຸບໍ່ເກີນ 15 ປີປະກາດສັກດາຄວ້າແຊັມ ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ສະໄໝທໍາອິດ ຫຼັງຈາກທີ່ສາມາດເອົາຊະນະ ຫຼວງພະບາງ ເອັຟຊີ 2-0 ໃນນັດຊີງຊະນະເລີດ ເມື່ອວັນທີ 30 ສິງຫາ 2022 ທີ່ສະໜາມບານເຕະ ສຕລ ບ້ານຫ້ວຍຫົງ.

ນັດດັ່ງກ່າວ ຖືວ່າຈໍາປາສັກ ເອັຟຊີ ເຮັດໄດ້ດີ ຄອງເກມ ແລະ ເປີດເກມບຸກໃສ່ຕໍ່ເນື່ອງ ກ່ອນຈະມາໄດ້ປະຕູຂຶ້ນນໍາ 1-0 ນາທີໆ 54 ຈາກການຍິງຈຸດໂທດຂອງ ຫົງໄຊ ຫອມສົມບັດ ແລະ ຫັດສະດົງ ຮອງຍານຄໍາ ມາຍິງປະຕູຕ໊ອກຢໍ້າໄຊຊະນະນາທີໆ 66 ໃຫ້ກັບ ຈໍາປາສັກ ເອັຟຊີ ເອົາຊະນະ ຫຼວງພະບາງ 2-0 ຄວ້າແຊັມໄປຄອງ, ຫຼຽນລາງວັນ ແລະ ເງິນລາງວັນ 15 ລ້ານກີບ, ສ່ວນ ຫຼວງພະບາງ ໄດ້ຮັບຫຼຽນລາງວັນ ແລະ ເງິນ 8 ລ້ານກີບ. ຂະນະທີ່ ຄູ່ຊີງອັນດັບ 3 ຊ້າງນ້ອຍ ເອັຟຊີ ດວນຈຸດໂທດເອົາຊະະນ ເອສະຣາ ເອັຟຊີ ໄປສຸດມັນ 9-8 ຫຼັງສະເໝີກັນ 1-1 ຄວ້າອັນດັບ 3 ໄປຄອງ, ຫຼຽນລາງວັນ ແລະ ເງິນລາງວັນໄປຄອງ 5 ລ້ານກີບ.

ສ່ວນລາງວັນດີເດັ່ນອື່ນໆມີດັ່ງນີ້:
-ລາງວັນດາວຍິງສູງສຸດ: ບຸນຫຼາຍ ໂພທິຊາບ ຈາກເອສະຣາ ເອັຟຊີ ຢູ 15 ຍິງໄດ້ 12 ປະຕູ.

-ລາງວັນນັກກິລາດີເດັ່ນ: ທົງໄຊ ຫອມສົມບັດ ຈາກ ຈຳປາສັກ ເອັຟຊີ

-ລາງວັນຜູ້ຮັກສາປະຕູດີເດັ່ນ: ທິດສາຄອນ ສຳລີວົງຫວັດ ຈາກ ຈຳປາສັກ ເອັຟຊີ

-ລາງວັນຄູຝຶກດີເດັ່ນ: ທ່ານ ສຸກຈິນດາ ນັດຜາສຸກ ຄູຝຶກຂອງ ຈຳປາສັກ ເອັຟຊີ.


ຂ່າວ: Larh Creators ; ຮູບຈາກ: LFF U-15 Championship