ອິນເດຍ ຈະກາຍເປັນສູນກາງການຜະລິດລົດໄຟຟ້າ

81

ສຳນັກຂ່າວຊິນຮວາ ລາຍງານວ່າ ອິນເດຍ ກຳລັງເລັ່ງໃສ່ຕະຫຼາດລົດໄຟຟ້າພາຍໃນທ້ອງຖິ່ນ ເຊິ່ງການນຳໃຊ້ລົດໄຟຟ້າຢູ່ອິນເດຍ ກຳລັງຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນຂະນະທີ່ການພັດທະນາສາຍງານການຜະລິດລົດໃຫ້ກາຍເປັນສູນກາງຂອງອຸດສາຫະກຳລົດໄຟຟ້າອັນດັບຕົ້ນໆຂອງໂລກ.

May be an image of car

ທ່ານ ເຣນທຣາໂມດີ ນາຍົກລັດຖະມົນຕີ ອິນເດຍ ເປີດເຜີຍວ່າ: ປັດຈຸບັນອິນເດຍ ກຳລັງຈະກາຍເປັນສູນກາງຜະລິດລົດໄຟຟ້າ ແບບ 2 ລໍ້ ແລະ 4 ລໍ້ ເຊິ່ງເຮັດໃຫ້ ອິນເດຍ ກຳລັງຈະກາຍເປັນການປະຕິວັດແບບງຽບໆ ເນື່ອງຈາກລົດປະເພດນີ້ບໍ່ມີສຽງຂະນະທີ່ຂັບຂີ່, ການປະຕິວັດງຽບ ບໍ່ພຽງແຕ່ເກີດຂຶ້ນໃນຂະແໜງວິສະວະກໍາເທົ່ານັ້ນ ແຕ່ອິນເດຍໄດ້ວາງພື້ນຖານ ໃຫ້ແກ່ການປະຕິວັດດັ່ງກ່າວໃນໄລຍະ 8 ປີຜ່ານມາ.

May be an image of car