ເນື້ອທີ່ 1/3 ຂອງປາກິດສະຖານ ຍັງຖືກນ້ຳຖ້ວມຂັງ

110

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ສິງຫາ ວ່າ ກະຊວງຄຸ້ມຄອງການປ່ຽນແປງສະພາບອາກາດຂອງ ປາກິດສະຖານ ເປີດເຜີຍວ່າ ຂະນະນີ້ເນື້ອທີ່ 1/3 ຂອງປະເທດກຳລັງຈົມຢູ່ໃຕ້ນ້ຳຢ່າງສົມບູນແບບ ເຊິ່ງໄພພິບັດຄັ້ງນີ້ຖືວ່າເປັນຄັ້ງຮຸນແຮງທີ່ສຸດໃນປະຫວັດສາດ, ຫຼ້າສຸດມີລາຍງານວ່າມີຜູ້ເສຍຊີວິດແລ້ວ 1.136 ຄົນ.

May be an image of body of water

ຂະນະທີ່ປະຊາຊົນຢ່າງໜ້ອຍ 33 ລ້ານກວ່າຄົນ ຫຼື ປະມານ 15% ຂອງຈຳນວນປະຊາກອນທັງໝົດຂອງປາກິດສະຖານ ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ໂດຍຄາດວ່າຈະສ້າງຄວາມເສຍຫາຍດ້ານເສດຖະກິດໃຫ້ແກ່ປາກິດສະຖານ ບໍ່ຕ່ຳກວ່າ 10 ຕື້ໂດລາສະຫະລັດ.

May be an image of body of water

ແນວໃດກໍຕາມ, ກະຊວງການເງິນຂອງປາກິດສະຖານ ເປີດເຜີຍວ່າ: ກຳລັງພິຈາລະນາການນຳເຂົ້າສິນຄ້າ ໂດຍສະເພາະແມ່ນພືດຜັກຈາກອິນເດຍ, ອີຣານ ແລະ ຕວັກກີ ເພື່ອບັນເທົາຄວາມອຶດຫິວຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ອີກດ້ານໜຶ່ງ ກອງທຶນການເງິນລະຫວ່າງປະເທດ ( IMF ) ໄດ້ອະນຸມັດເງິນຊ່ວຍເຫຼືອງວດທີ 7 ແລະ ງວດທີ 8 ລວມ 2 ງວດປະມານ 1.100 ລ້ານໂດລາໃຫ້ແກ່ປາກິດສະຖານ.