ສິງກະໂປ ອອກວີຊ່າ 5 ປີ ຫວັງດຶງດູດແຮງງານຕ່າງປະເທດ

42

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງຊັບພະຍາກອນມະນຸດຂອງສິງກະໂປ ໄດ້ອອກຖະແຫຼງການກ່ຽວກັບການປະຕິຮູບມາດຕະການອອກວີຊ່າ ເຮັດວຽກ ແລະ ເພື່ອການຢູ່ອາໄສແບບໃໝ່ ເພື່ອດຶງດູດແຮງງານທີ່ມີສີມືແຮງງານສູງຈາກຕ່າງປະເທດ ໃຫ້ເຂົ້າມາເຮັດວຽກຢູ່ສິງກະໂປ ເຊິ່ງເປັນບາດກ້າວນຳໄປສູ່ການພັດທະນາເສດຖະກິດຂອງສິງກະໂປ ໃຫ້ເຂັ້ມແຂງຍິ່ງຂຶ້ນ ໂດຍ ວີຊ່າ ດັ່ງກ່າວ ມີໄລຍະເວລາ 5 ປີ ເຊິ່ງຈະອະນຸຍາດໃຫ້ແກ່ຜູ້ທີ່ມີລາຍໄດ້ຕໍ່ເດືອນ ຢ່າງໜ້ອຍ 30.000 ໂດລາສິງກະໂປ ພາຍໃນໄລຍະເວລາ 12 ເດືອນ.

May be an image of 1 person, standing, outdoors and crowd

ຫຼ້າສຸດຜູ້ທີ່ໄດ້ຮັບການອະນຸມັດ ວີຊ່າ ປະເພດນີ້ ສາມາດນຳຄອບຄົວ ແລະ ລູກເຂົ້າມາອາໄສຢູ່ສິງກະໂປໄດ້ອີກ ແລະ ສາມາດຕໍ່ອາຍຸວີຊ່າໄດ້ 5 ປີ ແບບບໍ່ຈຳກັດຄັ້ງ ໂດຍມາດຕະການດັ່ງກ່າວນີ້ຈະມີຜົນບັງຄັບໃຊ້ຕັ້ງແຕ່ເດືອນມັງກອນປີໜ້າ.

May be an image of 11 people, people standing, people walking and outdoors

ແນວໃດກໍຕາມ, ສຳລັບຜູ້ທີ່ມີຂີດຄວາມສາມາດລະດັບສູງ ຫາກມີລາຍໄດ້ບໍ່ເຖິງເກນທີ່ກຳນົດໄວ້ຂ້າງເທິງນັ້ນ ສາມາດຍື່ນຄຳຮ້ອງ ເພື່ອຂໍຮັບພິຈາລະນາວີຊ່າ ແບບດຽວກັນນີ້ໄດ້. ຂະນະທີ່ຜູ້ຊ່ຽວຊານດ້ານເຕັກໂນໂລຊີ ແລະ ວຽກງານອື່ນໆທີ່ຍັງຂາດແຄນໃນສິງກະໂປ ສາມາດຍື່ນຄຳຮ້ອງ ເພື່ອຂໍຮັບການພິຈາລະນາ ວີຊ່າ 5 ປີໄດ້ ຕັ້ງແຕ່ເດືອນກັນຍາປີໜ້າ ຈາກປັດຈຸບັນຢູ່ລະຫວ່າງ 2 – 3 ປີ.