ປະຊາຊົນຮ່ວມໃຈ! ອອກແຮງງານປູເບຕົງທາງເຂົ້າໂຮງຮຽນ ຢູ່ບ້ານພູລັງຈັງ ເມືອງພູຄູນ

100

ລະຫວ່າງວັນທີ 24 ຫາ 25 ສິງຫາ 2022 ຜ່ານມາ ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບ້ານພູລັງຈັງ, ເມືອງພູຄູນ, ແຂວງຫຼວງພະບາງ ສົມທົບກັບພະນັກງານຊ່ວຍບ້ານ ແລະ ຄູອາຈານ ໄດ້ຮ່ວມແຮງຮ່ວມໃຈກັນອອກແຮງງານປັບໜ້າດິນ ແລະ ປູເບຕົງ ທາງເຂົ້າໂຮງຮຽນ ພາຍໃຕ້ການຊີ້ນຳ ແລະ ນຳພາຂະບວນການຂອງທ່ານ ບຸນເລືອມ ດາລີ ກຳມະການພັກ ຫົວໜ້າຫ້ອງວ່າການປົກຄອງເມືອງພູຄູນ ຜູ້ຊີ້ນຳບ້ານພູລັງຈັງ.

ທ່ານ ເຊຍດາຢ່າງ ນາຍບ້ານພູລັງຈັງ ໃຫ້ຮູ້ວ່າ: ຈຸດປະສົງໃນການອອກແຮງງານລວມໃນຄັ້ງນີ້ ແມ່ນນໍາພາປະຊາຊົນ ປັບໜ້າດິນ ແລະ ເທເບຕົງທາງເຂົ້າໂຮງຮຽນປະຖົມ ເພື່ອແນ່ໃສ່ສ້າງຄວາມສະດວກສະບາຍ ແລະ ຄວາມປອດໄພ ໃຫ້ແກ່ນ້ອງນ້ອຍນັກຮຽນໃນການເດີນທາງໄປ-ມາໂຮງຮຽນ ແລະ ການສັນຈອນໄປມາ-ຫາສູ່ກັນຂອງປະຊາຊົນ ທັງເປັນການກໍສ້າງພື້ນຖານໂຄງລາງໃຫ້ມີຄວາມຖາວອນ ແລະ ໝັ້ນຄົງອີກດ້ວຍ

ເຊິ່ງໄລຍະຜ່ານມາ ເມືອເຖິງລະດູຝົນແມ່ນພົບຄວາມຫຍຸ້ງຍາກຫຼາຍ ສ່ຽງຕໍການເກີດອຸບັດຕິເຫດ ການກໍ່ສ້າງທາງເບຕົງໃນຄັ້ງນີ້ ໄດ້ປູທາງເບຕົງແຍກຈາກທາງຫຼວງເລກ7 ເຂົ້າຫາໂຮງຮຽນປະຖົມສົມບູນ ມີລວງຍາວປະມານ 80 ແມັດ, ລວງກ້ວາງ 3,5 ແມັດ ແລະ ຄວາມໜາປະມານ15 ຊັງຕິແມັດ ພ້ອມທັງຮ່ອງລະບາຍນໍ້າ ມີແຮງງານທັງໝົດ 200 ກວ່າຄົນ ເຊິ່ງນໍາໃຊ້ງົບປະມານກໍ່ສ້າງທັງໝົດ 50 ລ້ານກວ່າກີບ ໂດຍແມ່ນທຶນຂອງປະຊາຊົນ ສົມທົບກັບການປະກອບສວນຈາກການນຳເມືອງ,

ບັນດາຫ້ອງການ ແລະ ຜູ້ປະກອບການທຸລະກິດຈຳນວນໜຶ່ງ ທ່ານຍັງໄດ້ໃຫ້ຮູ້ຕືມວ່າ: ສຳລັບແຜນໃນຕໍ່ໜ້າ ຍັງຈະສືບຕໍຂຸດຄົ້ນລາຍຮັບຕາມເງືອນໄຂທີມີ ແລະ ປຸກລະດົມທຶນຮອນປະກອບສວນຈາກປະຊາຊົນ ເພື່ອໃຫ້ການກໍ່ສ້າງທາງເບຕົງໃຫ້ເຖິງໂຮງຮຽນໄດ້ສຳເລັດ. ທັງນີ້ ກໍ່ເພື່ອປະຕິບັດຕາມວຽກງານ 3 ສ້າງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງພູຄູນ, ຂອງບ້ານພູລັງຈັງ ແຕ່ນີ້ຫາປີ 2024 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.