ທົບທວນການຈັດຕັ້ງປະຕິບັດ ນະໂຍບາຍການພັດທະນາໄຟຟ້ານໍ້າຕົກ ແບບຍືນຍົງຂອງ ສປປ ລາວ

52

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຄະນະກຳມະການການຊີ້ນໍາ ການຈັດຕັ້ງປະຕິບັດ ນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ ຢູ່ແຂວງຫຼວງພະບາງ ໃນວັນທີ 30 ສິງຫາ 2022ນີ້ ໂດຍເປັນປະທານຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຄະນະກຳມະການຊີ້ນໍາໂຄງການ, ຕາງໜ້າຈາກບັນດາບໍລິສັດຜູ້ພັດທະນາໂຄງການເຂື່ອນໄຟຟ້າ ແລະຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ ພ້ອມດ້ວຍວິຊາການຈາກສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງບົດສະເໜີກ່ຽວກັບຄວາມເປັນມາ, ຜົນໄດ້ຮັບ, ຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດ ນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ ໃນໄລຍະເລິ່ມຕົ້ນ ຈົນຮອດປີ 2022. ການລາຍງານກ່ຽວກັບຫນ້າທີ່ ແລະຄວາມຮັບຜິດຊອບຂອງ ກົມທຸລະກິດພະລັງງານ ທີ່ໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຄວາມຍືນຍົງ ຕາມຂອບນະໂຍບາຍ ພ້ອມທັງຂໍ້ຕົກລົງຄະນະກໍາມະການຊີ້ນໍາຊຸດໃຫມ່ ແລະລາຍງານກ່ຽວກັບ ແຜນການຈັດຕັ້ງປະຕິບັດໃນຕໍ່ຫນ້າຂອງກົມທຸລະກິດ ພະລັງງານ.

ຈາກນັ້ນ ຄະນະກໍາມະການຊີ້ນໍາ ແລະຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະປະກອບຄຳເຫັນ ເພື່ອແລກປ່ຽນ-ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍພັດທະນາໄຟຟ້ານໍ້າຕົກແບບຍືນຍົງໄລຍະຜ່ານມາ ຂອງກົມນະໂຍບາຍ ແລະແຜນພະລັງງານ ທີ່ຈະມອບໃຫ້ ກົມທຸລະກິດພະລັງງານ ເປັນຜູ້ຈັດຕັ້ງປະຕິບັດ ຕາມພາລະບົດບາດໃໝ່.

ຕອນທ້າຍ ທ່ານ ນາງ ຈັນສະຫວາດ ບຸບຜາ ໄດ້ມີຄຳເຫັນວ່າ: ການພັດທະນາໄຟຟ້ານໍ້າຕົກ ມີບົດບາດສໍາຄັນໃນການບັນລຸເປົ້າໝາຍໃນການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາເສດຖະກິດ ແລະຕອບສະໜອງຄວາມຕ້ອງການພະລັງງານໄຟຟ້າຂອງພາກພື້ນ. ເພື່ອໃຫ້ບັນລຸຄວາມຍືນຍົງການພັດທະນາເສດຖະກິດສັງຄົມ, ລັດຖະບານ ຈະພັດທະນາບັນດາທ່າແຮງທາງດ້ານໄຟຟ້ານ້ຳຕົກ ໃຫ້ເປັນສິນຄ້າສົ່ງອອກ ແລະຕອບສະໜອງຕາມຄວາມຕ້ອງການນຳໃຊ້ໄຟຟ້າພາຍໃນປະເທດ, ພັດທະນາເສດຖະກິດສັງຄົມຂອງຊາດ, ປະກອບສ່ວນໃນການສ້າງຄວາມໝັ້ນຄົງຂອງປະເທດ ແລະການປັບປຸງເງື່ອນໄຂຊີວິດການເປັນຢູ່ຂອງປະຊາຊົນ.

ເພື່ອບັນລຸໄດ້ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະສັງຄົມ, ລັດຖະບານ ຈະຮັບປະກັນວ່າ ຜົນກະທົບໃນທາງລົບຕໍ່ສິ່ງແວດລ້ອມ ແລະສັງຄົມ ທີ່ເກີດຈາກໂຄງການໄຟຟ້ານໍ້າຕົກຈະໄດ້ຮັບການເອົາ ໃຈໃສ່ຄວບຄຸມ; ເຊິ່ງລວມມີມາດຕະການການຫຼີກລ້ຽງ, ການຫຼຸດຜ່ອນ, ການຊົດເຊີຍ ແລະການປັບປຸງແມ່ນໄດ້ນຳມາຈັດຕັ້ງປະຕິບັດ ແລະຮັບປະກັນຕາມພັນທະທາງດ້ານສະພາບແວດລ້ອມ ແລະ ສັງຄົມ.

ຂ່າວ: ເພັດສາຄອນ ສິມມະວົງ