ທີມຊາດລາວ ຮ່ວມສາຍ ຫວຽດນາມ-ມາເລເຊຍ ບານເຕະ AFF Mitsubishi Electric Cup 2022

97

ສະຫະພັນບານເຕະອາຊຽນ ( AFF ) ຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະ ເອເອັຟເອັຟ ມິດຊູບິຊິ ອິເລັກທຣິກ ຄັບ 2022 ( AFF Mitsubishi Electric Cup 2022 ) ອອກມາຢ່າງເປັນທາງການໃນເວລາ 14:00 ໂມງຂອງວັນທີ 30 ສິງຫາ 2022 ດັ່ງນີ້:

-ກຸ່ມ A: ທີມຊາດໄທ, ຟິລິບປິນ, ອິນໂດເນເຊຍ, ກໍາປູເຈຍ ແລະ ທີມຊະນະຈາກຮອບຄັດເລືອກ ( ຕີມໍ ຫຼື ບຣູໄນ)

-ກູ່ມ B: ທີມຊາດຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ

ສໍາລັບ ການແຂ່ງຂັນບານເຕະ ເອເອັຟເອັຟ ມິດຊູບິຊິ ອິເລັກທຣິກ ຄັບ 2022 ຈະກັບໄປໃຊ້ຮູບແບບການແຂ່ງຂັນແບບເກົ່າຄື: ລະບົບແຂ່ງຂັນໃນບ້ານ ແລະ ນອກບ້ານ, ບໍ່ມີທີມຊາດເຈົ້າພາບໂດຍກົງ ໂດຍຮອບທໍາອິດແບ່ງເປັນ 2 ກຸ່ມ ແຕ່ລະທີມຈະຕ້ອງຫຼິ້ນໃນບ້ານ 2 ນັດ ແລະ ນອກບ້ານ 2 ນັດ ເພື່ອຫາແຊັມ ແລະ ຮອງແຊັມກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໂດຍຈະຫຼິ້ນແບບ 2 ນັດໃນບ້ານ ແລະ ນອກບ້ານເຊັ່ນດຽວກັນ.