ເຕືອນຢ່າຫຼົງເຊື່ອ ມິດສາຊີບໃຊ້ຮູບພາບຂອງພະນັກງານ ທຄຕລ ໃນການໂຄສະນາການເງິນທາງອອນລາຍ

65

ມິດສາຊີບແອບອ້າງມີຫຼາກຫຼາຍຮູບແບບ ທາງໃນຫວຍ, ແອບອ້າງເປັນສະຖາບັນການເງິນ, ການຂາຍຕົງ ແລະອີກຫຼາຍວິທີການມາໃຫ້ເຫຍື່ອໄດ້ຫຼົງເຊື່ອ ໂດຍສະເພາະທຸກວັນນີ້ມີຄົນບໍ່ດີຈຳນວນໜຶ່ງໄດ້ສວຍໃຊ້ໂອກາດໄປຕົວະຕົ້ມເຫຍື່ອໃຫ້ຮ່ວມເຮັດທຸລະກຳທາງການເງິນນຳ ຂໍໃຫ້ພໍ່ແມ່ພີ່ນ້ອງມີສະຕິຢ່າໄດ້ຫຼົງເຊື່ອໂດຍເດັດຂາດ.

ຕາມແຈ້ງການໃໝ່ຫຼ້າສຸດຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ(ທຄຕລ) ໃນວັນທີ 30 ສິງຫາ 2022 ໃຫ້ຮູ້ວ່າ: ເນື່ອງຈາກປະຈຸບັນໄດ້ມີກຸ່ມຄົນທີ່ບໍ່ຫວັງດີ ນຳໃຊ້ເຄື່ອງໝາຍການຄ້າ (ໂລໂກ້) ແລະ ຮູບຖ່າຍຂອງພະນັກງານ ທຄຕລ ໄປແອບອ້າງ ໃນນາມ ທຄຕລ ເພື່ອໂຄສະນາຊວນເຊື່ອປ່ອຍເງິນກູ້ອອນລາຍທີ່ມີດອກເບ້ຍຕ່ຳ, ບໍ່ມີຫຼັກຊັບຄ້ຳປະກັນ ແລະ ອະນຸມັດໄວ.

ສະນັ້ນ, ຈຶ່ງຂໍແຈ້ງມາຍັງລູກຄ້າທຸກທ່ານ ເພື່ອເພີ່ມສະຕິລະວັງຕົວໃນການດຳເນີນທຸລະກຳການເງິນທາງອອນລາຍ ເພື່ອຮັກສາຜົນປະໂຫຍດຂອງຕົນ ແລະ ບໍ່ຫຼົງກົນຂອງກຸ່ມຄົນທີ່ບໍ່ຫວັງດີ.
ເມື່ອທ່ານພົບເຫັນການໂຄສະນາທີ່ໜ້າສົງໄສ ທ່ານສາມາດສອບຖາມຂໍ້ມູນຕ່າງໆໄດ້ຜ່ານຊ່ອງທາງ ທີ່ເປັນທາງການຂອງ ທຄຕລ ດັ່ງລາຍລະອຽດລຸ່ມນີ້:

1. ຕິດຕໍ່ສອບຖາມ ແລະ ແກ້ໄຂບັນຫາ ຜະລິດຕະພັນ ແລະ ການບໍລິການຂອງ ທຄຕລ ແມ່ນໂທສາຍດ່ວນ 1555 ຫຼື ໂທອອນລາຍ, ສົ່ງຂໍ້ຄວາມຫາທີມງານ OneCare Support ຜ່ານແອັບ BCEL One ໄດ້ຕະຫລອດ 24/7.
2. ການຕິດຕາມຂໍ້ມູນຂ່າວສານຂອງ ທຄຕລ ແມ່ນຜ່ານຊ່ອງທາງ Website: www.bcel.com.la, Facebook Fan Page: BCEL Bank, BCEL Promotion, OneHeart.la, IG: bcelbank, YouTube: BCEL Channel ແລະ TikTok: BCEL Bank.

ສຳລັບ ທຄຕລ ຈະບໍ່ໃຊ້ຊ່ອງທາງ App ຫຼື Social ອື່ນ ນອກເໜືອທີ່ບຸໄວ້ໃນຂໍ້ 1 ໃນການຕິດຕໍ່ຫາລູກຄ້າ ໂດຍສະເພາະແມ່ນທາງ Facebook, Instagram, Messenger, Website, WhatsApp… ຫາກພົບເຫັນກໍລະນີລັກສະນະນີ້ ແມ່ນໃຫ້ມີສະຕິເພາະອາດຈະເປັນການຕົວະຍົວະຫຼອກລວງຂອງກຸ່ມຄົນບໍ່ຫວັງດີ.