ອຸຕຸຄາດໄລຍະ 2-4 ກັນຍານີ້ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນແຂວງເໜືອ, ພາກກາງ ແລະ ພາກໃຕ້

131

ເນື່ອງຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ໄລຍະ ວັນທີ 2-4 ກັນຍາ 2022 ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາ ພາກກາງ ແລະ ພາກໃຕ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດອາທິດນີ້ ໃນໄລຍະວັນທີ 29 ສິງຫາ ຫາ 4 ກັນຍາ 2022 ວ່າ: ໃນໄລຍະຕົ້ນອາທິດ ວັນທີ 29 ສິງຫາ ຫາ 1 ກັນຍານີ້ ບໍລິເວນຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ. ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ ວັນທີ 2 ຫາ 4 ກັນຍາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາ ພາກກາງ ແລະ ພາກໃຕ້. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 29 ສິງຫາ ຫາ 4 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 17 – 21 ອົງສາ ແລະ ສູງສຸດ 25 – 30 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໄລຍະຕົ້ນວັນທີ 29 ສິງຫາ ຫາ 4 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຈະຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນໃນກາງ ຫາ ທ້າຍອາທິດ. ອຸນຫະພູມຕໍ່າສຸດ 21 – 25 ອົງສາ ແລະ ສູງສຸດ 25 – 33 ອົງສາ.

ພາກກາງ: ໄລຍະວັນທີ 29 ສິງຫາ ຫາ 4 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 22 – 25 ອົງສາ ແລະ ສູງສຸດ 25 – 35 ອົງສາ. ສໍາລັບ ແຂວງ ໄຊສົມບູນ: ໄລຍະວັນທີ 29 ສິງຫາ ຫາ 4 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ 25 – 28 ອົງສາ.

ພາກໃຕ້: ໄລຍະວັນທີ 29 ສິງຫາ ຫາ 4 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 26 – 34 ອົງສາ. ສຳລັບເຂດພູພຽງບໍລະເວນ: ອາກາດເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 15 – 18 ອົງສາ ແລະ ສູງສຸດ 21 -27 ອົງສາ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 29 ສິງຫາ ຫາ 4 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 31 – 34 ອົງສາ.