ຮອງອັນດັບ 4 Miss Grand Laos 2022 ຈິນດາວັນ ແສນທະວີ

46

MGL13 ຈິນດາວັນ ແສນທະວີ ໜຶ່ງສາວງາມຈາກ ແຂວງ ຊຽງຂວາງ ຮອງອັນດັບ 4 ຂອງ Miss Grand Laos 2022 ພ້ອມຄວ້າສອງລາງວັນພິເສດ ຜູ້ຊະນະ ແຄມເປນລາວຟອດຊີຕີ້ ແລະ ຂວັນໃຈວູຫລິງມໍເຕີ້

.


ເປັນສາວຊຽງຂວາງຕັ້ງແຕ່ກຳເນີດ ແຕ່ປັດຈຸບັນແມ່ນຍ້າຍມາຢູ່ນະຄອນວຽງຈັນປະຈຸບັນ ແລະ ກຳລັງເຮັດທຸລະກິດສ່ວນໂຕ.
ກ່ອນຈະມາປະກວດແມ່ນແຊນດີ້ເອງກໍເຄີຍຮັບງານໃນວົງການມາກ່ອນເປັນງານຖ່າຍໂຄສະນາ, ເດີນແບບ, ຖ່າຍແບບ, ຣີວິວສິນຄ້າຕ່າງໆ ແລະ ທີ່ຜ່ານມາກໍເຄີຍມີຜົນງານຖ່າຍ MV ,ຖ່າຍຊີຣີ້, ຖ່າຍວາລະສານ, ໂຄສະນາ, ຖ່າຍແບບ, ເດີນແບບ ແລະ ເຄີຍປະກວດ Miss Tourism 2018.

.


ຖ້າໃຫ້ບອກເຖິງຈຸດເດັ່ນຂອງຕົນເອງກໍຄົງຈະແມ່ນໃບຫນ້າ ແລະ ຮອຍຍິ້ມ, ສ່ວນການກຽມໂຕແມ່ນພ້ອມສຸດໆເພື່ອເວທີນີ້ກາຍພ້ອມໃຈພ້ອມ, ເພາະນອກຈາກໂຕເອງແລ້ວຍັງມີຫມູ່ຄູ່ຜູ້ໃຫ່ຍທີ່ໃຫ້ໂອກາດ ແລະ ໃຫ້ກຳລັງໃຈເຮັດໃຫ້ແຊນດີ້ມີພະລັງບວກເພີ່ມຂື້ນອີກຫຼາຍເລີຍ.

.

.


ນອກຈາກການປະກວດແລ້ວຄວາມຕັ້ງໃຈຂອງແຊນດີ້ເອງກໍ່ຍັງຢາກຈະເຮັດອີກຫລາຍຢ່າງໃຫ້ຊິວິດຫມັ້ນຄົງ ແລະ ດີຂື້ນເລື່ອຍໆທຸກດ້ານເພາະແຊນດີ້ວາງເປົ້າຫມາຍຊິວິດໂຕເອງໄວ້ຢ່າງຊັດເຈນ ແລະ ຈະເຮັດໃຫ້ສຳເລັດຕາມຄວາມຕັ້ງໃຈໃຫ້ໄດ້ ເວທີປະກວດ miss grand laos 2022