ເອົາອີກແລ້ວ! ຢູ 18 ຈໍາປາສັກ ດັບຝັນ ແຊັມເກົ່າ ເຂົ້າຊີງກັບ ຫຼວງພະບາງ ບານເຕະຊີງຂັນ ສຕລ 2022

31

ຖືວ່າເປັນລາຍການທີ 2 ຕິດຕໍ່ກັນ ໂດຍກ່ອນໜ້ານີ້ ຢູ 15 ຈໍາປາສັກ ເອັຟຊີ ກໍດັບຝັນ ແຊັມເກົ່າ ເອສະຣາ ເຂົ້າຮອບຊີງ ຫຼ້າສຸດ ຢູ 18 ຂອງ ຈໍາປາສັກ ເອັຟຊີ ກໍສາມາດເອົາຊະນະ ແຊັມເກົ່າ ເອສະຣາ ເອັຟຊີ 2-0 ຜ່ານເຂົ້າຮອບຊີງບານເຕະຊີງຂັນ ສຕລ 2022 ໃນຮຸ່ນອາຍຸບໍ່ເກີນ 18 ປີ ໂດຍຈະເຂົ້າໄປຊີງຊະນະເລີດກັບ ຫຼວງພະບາງ.

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ຮອບຮອງຊະນະເລີດ ( ຮອບ 4 ທີມສຸດທ້າຍ ) ຈັດຂຶ້ນເມື່ອວັນທີ 28 ສິງຫາ 2022 ທີ່ສະໜາມບານເຕະ ສຕລ ບ້ານຫ້ວຍຫົງ ແຂ່ງຂັນເວລາ 17:00 ໂມງ ຄູ່ທີ່ສະໜາມ 1 ເອສະຣາ ເອັຟຊີ ແຊັມເກົ່າ ພົບກັບ ຈໍາປາສັກ ເອັຟຊີ ແລະ ຄູ່ທີສະໜາມ 2 ຊ້າງນ້ອຍ ເອັຟຊີ ພົບກັບ ຫຼວງພະບາງ ເອັຟຊີ.

ຜ່ານການແຂ່ງຂັນປາກົດວ່າ: ຈໍາປາສັກ ເອັຟຊີ ສາມາດເອົາຊະນະ ເອສະຣາ ເອັຟຊີ ແຊັມເກົ່າ 2-0 ຈາກການຍິງຂອງ ກັນດາ ໄຊສົງຄາມ ນາທີໆ 10 ແລະ ບົວຄໍາ ຈັນກອງສິນ ນາທີໆ 82, ສ່ວນອີກຄູ່ໜຶ່ງ ຫຼວງພະບາງ ເອັຟຊີ ດວນຈຸດໂທດເອົາຊະນະ ຊ້າງນ້ອຍ ເອັຟຊີ ໄປສຸດມັນ 7-6 ຫຼັງສະເໝີກັນໃນເວລາປົກກະຕິ 1-1.

ຈາກຜົນດັ່ງກ່າວເຮັດໃຫ້ ຢູ 18 ຈໍາປາສັກ ເອັຟຊີ ເຂົ້າຮອບຊີງຊະນະເລີດໄປພົບກັບ ຫຼວງພະບາງ ເອັຟຊີ ໃນວັນທີ 31 ສິງຫາ 2022 ເວລາ 18:00 ໂມງທີ່ສະໜາມ ສຕລ 1, ສ່ວນ ເອສະຣາ ເອັຟຊີ ໄປຊີງອັນດັບ 3 ກັບ ຊ້າງນ້ອຍ ເອັຟຊີ ທີ່ສະໜາມ ສຕລ 1 ແຂ່ງຂັນໃນເວລາ 15:00 ໂມງ.
ຂ່າວ: Larh Creators ; ຮູບຈາກ: LFF U-18 Championship