ລັດຖະບານອະນຸຍາດເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີແລ້ວທົ່ວປະເທດ ແຕ່ໃຫ້ຄຸ້ມຄອງການນຳເຂົ້າສິນຄ້າ

190

ພາຍຫຼັງທີ່ໄດ້ມີການປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ມາເປັນເວລາ 3 ປີ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຕົ້ນປີ 2020, ມາໃນວັນທີ 29 ສິງຫາ 2022 ລັດຖະບານໄດ້ອະນຸຍາດໃຫ້ເປີດຄືນແລ້ວ ເພື່ອອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນຕາມເຂດຊາຍແດນໃນການເຂົ້າ-ອອກ. ແຕ່ເນັ້ນໃຫ້ແຕ່ລະດ່ານຄຸ້ມຄອງການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ແລະ ການລັກລອບນໍາເຂົ້າສິນຄ້າທີ່ຜິດກົດໝາຍ.

ວັນທີ 29 ສິງຫາ 2022 ນີ້ ຫ້ອງການ, ກະຊວງການຕ່າງປະເທດ ອອກແຈ້ງການເຖິງບັນດາຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ, ບັນດາຫົວໜ້າພະແນກການຕ່າງປະເທດແຂວງ ແລະ ນະຄອນຫຼວງວຽງຈັນ ເລື່ອງການເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ສໍາລັບການເຂົ້າ-ອອກທົ່ວໄປໃນຂອບເຂດທົ່ວປະເທດ.

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 91/ຫສນຍ, ລົງວັນທີ 22 ສິງຫາ 2022, ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ລັດຖະບານ ໄດ້ເຫັນດີອະນຸຍາດໃຫ້ບັນດາແຂວງສາມາດເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ສຳລັບການເຂົ້າ-ອອກທົ່ວໄປທຸກດ່ານທີ່ຂຶ້ນກັບຄວາມຮັບຜິດຊອບຂອງແຂວງຕົນ ແຕ່ໃຫ້ກໍານົດມາດຕະການຄຸ້ມຄອງ ແລະ ກວດກາໃຫ້ຮັດກຸມ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ແລະ ການລັກລອບນໍາເຂົ້າສິນຄ້າທີ່ຜິດກົດໝາຍຢ່າງເດັດຂາດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ.

ໃນຂະນະທີ່ດ່ານສາກົນ ລັດຖະບານໄດ້ອະນຸຍາດເປີດໃຫ້ມີການເຂົ້າ-ອອກ ຢ່າງເປັນທາງການ ວັນທີ 9 ພຶດສະພາ 2022 ຜ່ານມາ ພາຍຫຼັງທີ່ປະຊາຊົນໄດ້ຮັບການສັກວັກປ້ອງກັນພະຍາດໂຄວິດ-19 ກວມອັດຕາສ່ວນໃຫຍ່ ແລະ ການລະບາດຂອງພະຍາດໄດ້ຫຼຸດຜ່ອນລົງ, ເຮັດໃຫ້ການໄປມາຫາສູ່, ການທ່ອງທ່ຽວລະຫວ່າງປະເທດ ເລີ່ມມີບັນຍາກາດດີຂຶ້ນ.