ເຊີນບໍລິສັດທັງລາວ ແລະ ໄທ ຮ່ວມປະມູນ ໂຄງການຂົນສົ່ງນໍ້າມັນເຊື້ອໄຟຈາກປະເທດໄທ ສົ່ງໃຫ້ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ

408

ວັນທີ 29 ສິງຫາ 2022 ນີ້ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ (ລນວ) ອອກໜັງສືແຈ້ງເຊີນມາຍັງບັນດາບໍລິສັດຂົນສົ່ງ ທັງປະເທດລາວ ແລະ ປະເທດໄທ ເຂົ້າຮ່ວມການປະມູນຂົນສົ່ງນ້ໍາມັນເຊື້ອໄຟຈາກ ປະເທດໄທ ສົ່ງເຖິງສາງນ້ໍາມັນເຊື້ອໄຟຂອງ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ເຊິ່ງເງື່ອນໄຂການເຂົ້າຮ່ວມການປະມູນ

1. ເອກະສານປະກອບມີດັ່ງນີ້: 1) ແບບຟອມການປະມູນ, ຫນັງສືແຈ້ງເຈດຈໍານົງໃນການເຂົ້າຮ່ວມການປະມູນຂົນສົ່ງ ລວມທັງຂໍ້ມູນ ແລະການເຄື່ອນໄຫວການຂົນສົ່ງນ້ໍາມັນ ໃນໄລຍະ 3 ປີທີ່ຜ່ານມາ; 2) ໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍພັນທະອາກອນ ແລະ ໃບອະນຸຍາດດໍາເນີນທຸລະກິດດ້ານການຂົນສົ່ງ(ເບື້ອງ ສປປ ລາວ ຫລື ປະເທດໄທ). (ເອກະສານສໍາເນົາ); 3) ບັນຊີພາຫະນະຂົນສົ່ງນ້ໍາມັນເຊື້ອໄຟ ບໍລິສັດຂົນສົ່ງຕ້ອງມີລົດເປັນຂອງຕົນເອງບໍ່ຕໍ່າກວ່າ 20 ຄັນ, ແຕ່ລະຄັນຕ້ອງມີໃບຢັ້ງຢືນການກວດ ກາລະບົບເຕັກນິກລົດ ໂດຍສະເພາະ ລົດທີ່ຈະຂົນນ້ໍາມັນເຮືອບິນ ແມ່ນຈະຕ້ອງໄດ້ຜ່ານມາດຕະຖານຂອງອົງການ JIC, ຊື່ງອອກ ໂດຍຫນ່ວຍງານທີ່ກ່ຽວຂ້ອງຈາກທາງເບື້ອງ ສປປ ລາວ ຫລື ປະເທດໄທ; 4) ປະກອບເອກະສານຢັ້ງຢືນການຂົນສົ່ງນ້ໍາມັນເຊື້ອໄຟຈາກປະເທດໄທໃຫ້ກັບບໍລິສັດໃດຫນື່ງຢູ່ ສປປ ລາວ.(ເອກະສານສໍາເນົາ); 5) ຜູ້ເຂົ້າຮ່ວມການປະມູນຈະຕ້ອງຈ່າຍຄ່າທໍານຽມການປະມູນ ຈໍານວນ 1.150.000 ກີບ(ຫນື່ງລ້ານຫນື່ງແສນຫ້າສິບພັນກີບ).

 

2. ເອກະສານຊອງປະມູນຂອງທ່ານຕ້ອງສົ່ງໃສ່ຊອງທີ່ປິດຢ່າງດີ ພ້ອມລະບຸວັນທີ ແລະ ຊື່ບໍລິສັດທີ່ຈະແຈ້ງ.
3. ກໍລະນີ ບັນດາເອກະສານທີ່ສົ່ງມາບໍ່ຄົບ ຫລື ບໍ່ມີຄວາມຊັດເຈນຜູ້ເຂົ້າຮ່ວມປະມູນຈະຖືກຕັດສິດໃນການປະມູນໃນຄັ້ງນີ້.

ສ່ວນວັນເວລາການເປີດຊອງປະມຸນ: ຄະນະກໍາມະການຈັດການປະມູນ ແມ່ນຈະໄດ້ຈັດການເປີດຊອງປະມູນໃນວັນທີ 14 ກັນຍາ 2022 ເວລາ 14.00 ໂມງ, ທີ່ຫ້ອງປະຊຸມ ສໍານັກງານໃຫຍ່ ລນລ. ຄະນະກໍາມະການຈັດການປະມູນ ແມ່ນຈະເປີດຊອງປະມູນ ໂດຍຊ້ອງຫນ້າກັບ ຜູ້ທີ່ເຂົ້າຮ່ວມການປະມູນ ລວມທັງຜູ້ເຂົ້າປະມູນ ຜ່ານທາງລະບົບອອນລາຍ.
ຜູ້ເຂົ້າຮ່ວມປະມູນຕ້ອງສົ່ງທຸກເອກະສານທີ່ກ່າວມາຂ້າງເທີງພ້ອມໃບແຈ້ງລາຄາຄ່າຂົນສົ່ງຕາມແບບຟອມທີ່ ລນລ ກໍານົດໃຫ້ ໂດຍສົ່ງເປັນ ສະບັບຕົ້ນ ຫລື ສໍາເນົາສົ່ງຜ່ານ E-mail ເຖິງຄະນະກໍາມະການຈັດການປະມູນໃນວັນ ແລະ ເວລາທີ່ແຈ້ງຂ້າງເທິງນັ້ນ