ອຳມະຕະຊີຕີ້ ລາວ ໄດ້ຮັບສິດພັດທະນາສ້າງຕົວເມືອງອຸດສາຫະກຳທັນສະໄໝ ຢູ່ແຂວງອຸດົມໄຊ

396

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນສັນຍາມອບສິດທີ່ດິນໃນໂຄງການພັດທະນາ ເມືອງອຸດສາຫະກຳທັນສະໄໝ ແລະ ເປັນມິດຕໍ່ສ້າງແວດລ້ອມ ຢູ່ເມືອງນາໝໍ້, ແຂວງອຸດົມໄຊ ໃນເນື້ອທີ່ 3.150 ເຮັກຕາ ໃຫ້ ບໍລິສັດ ອຳມະຕະຊີຕີ້ ລາວ ຈຳກັດ.

ພິທີເຊັນສັນຍາໄດ້ເຊັນສັນຍາມອບສິດທີ່ດິນ ໃນໂຄງການດັ່ງກ່າວຈັດຂຶ້ນວັນທີ 25 ສິງຫາ 2022 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍຝ່າຍລັດຖະບານລາວ ຕາງໜ້າເຊັນໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລົງນາມເປັນສັກຂີພິຍານໂດຍ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກັບຝ່າຍບໍລິສັດ ລົງນາມໂດຍທ່ານ ວະລົງ ຕັງປະພຶດກຸນ ຜູ້ອຳນວຍການ ບໍລິສັດ ອຳມະຕະ ຊີຕີ້ລາວ ຈຳກັດ, ລົງນາມເປັນສັກຂີພິຍານໂດຍທ່ານ ນາງ ລີນາ ອື້ງ ປະທານບໍລິຫານຝ່າຍການລົງທຶນ ບໍລິສັດ ອຳມະຕະ ຊີຕີ້ລາວ ຈຳກັດ, ພ້ອມມີທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີຈາກກະຊວງ-ອົງການທຽບເທົ່າ, ທ່ານທູດໄທປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວິກົມ ກົມມະດິດ ປະທານກຳມະການບໍລິການ ບໍລິສັດ ອຳມະຕະ ຄໍປໍເຣຊັນ ຈຳກັດມະຫາຊົນ ກ່າວວ່າ: ບໍລິສັດ ອຳມະຕະຊີຕີ້ ລາວ ຈຳກັດ ໄດ້ເຊັນ MOU ໄປເມື່ອ 4 ປີທີ່ແລ້ວ ຫຼັງຈາກທີ່ໄດ້ທຳການສຶກສາສຳເລັດ ແລະ ໄດ້ມາເຊັນສັນຍາຈຸດນາໝໍ້ ແຂວງອຸດົມໄຊ ໃນມື້ນີ້ (ຂະນະທີ່ນາເຕີຍແຂວງຫຼວງນໍ້າທາແມ່ນໄດ້ເຊັນສຳເລັດແລ້ວ) ຖ້າເວນຄືນທີ່ດິນທີ່ຖືກຜົນກະທົບຢູ່ນາເຕີຍສຳເລັດພາຍໃນເດືອນຕຸລານີ້ ແມ່ນທາງບໍລິສັດ ອຳມະຕະຊີຕີ້ ລາວ ຈຳກັດແມ່ນຈະເລີ່ມລົງມືກໍ່ສ້າງເລີຍ.

ພວກເຮົາເຊື່ອວ່າການລົງທຶນ ແມ່ນຈະເນັ້ນໃສ່ສະພາບແວດລ້ອມໃນການລົງທຶນ, ເຊິ່ງໃນລາວ ພວກເຮົາຈະສຸມໃສ່ສ້າງບັນດາໂຮງງານອຸດສາຫະກຳໃນໄຕມາດທີ 2, ປະຈຸບັນບໍລິສັດ ອຳມະຕະຊີຕີ້ ມີໂຮງງານທັງໝົດ 1.400 ກວ່າໂຮງງານຈາກບັນດາ 30 ກວ່າປະເທດ, ສິ່ງທີ່ເປັນນະໂຍບາຍຂອງບໍລິສັດ ອຳມະຕະຊີຕີ້ ແມ່ນເນັ້ນໃສ່ເລື່ອງຂອງສິ່ງແວດລ້ອມ ຫຼື ເວົ້າໄດ້ວ່າເປັນ perfect city ປະຈຸບັນກຸ່ມລິສັດສັດພວກເຮົາກຳລັງເຂົ້າເປັນສະມາດຊີຕີ້ (smart city) ບໍ່ມີນໍ້າເສຍໄຫຼອອກຈາກເຂດ, ຂີ້ເຫຍື້ອແມ່ນເອົາໄປຜະລິດເປັນໄຟຟ້າ.

ສະເພາະຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແມ່ນເຮົາໄດ້ສິດທີ່ດິນທັງໝົດ 3.150 ເຮັກຕາ ແລະ ຖ້າທາງໜ່ວຍງານກ່ຽວຂ້ອງສາມາດໄກ່ເກ່ຍທີ່ດິນໃຫ້ກັບທາງບໍລິສັດ ອຳມະຕະຊີຕີ້ ລາວ ຈຳກັດ ຄົບຖ້ວນພວກເຮົາຈະເລີ່ມຖອກເງິນຄ່າພັນທະອາກອນຕ່າງໆໃຫ້ກັບລັດຖະບານລາວ ແລະ ເມືອງທີ່ພວກເຮົາຈະສ້າງແມ່ນຈະເປັນເມືອງທີ່ງົດງາມທີ່ສຸດ, ມີການຜະລິດທັງປີ, ເປັນເມືອງອຸດສາຫະກຳ ທີ່ສະອາດບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ຂ້າພະເຈົ້າ ຂໍຕີລາຄາສູງຕໍ່ການລາຍງານຜົນງານ ແລະ ປະສົບການຂອງທາງ ບໍລິສັດ ອຳມະຕະຊີຕີ້ ລາວ ຈຳກັດ ເຊື່ອວ່າບັນດາທ່ານທີ່ມີປະສົບການໃນການສ້າງຕົວເມືອງອຸດສາຫະກຳທັນສະໄໝ ແລະ ເປັນມິດຕໍ່ສ້າງແວດລ້ອມມາແລ້ວ ຂໍໃຫ້ສືບຕໍ່ຍົກລະດັບ ແລະ ປະສົບປະການເພື່ອບັນລຸແຜນການຕາມທີ່ຄາດໝາຍໄວ້, ໂຄງການສ້າງເມືອງອຸດສາຫະກຳທັນສະໄໝ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຈະເປັນໂຄງການຕົວແບບໃນການສ້າງເມືອງໃໝ່ໃນລາວ ແຕ່ສິ່ງສຳຄັນຂໍໃຫ້ປະຕິບັດຕາມກົດໝາຍ, ປະຕິບັດຕາມສັນຍາທີ່ເຊັນກັນແລ້ວ ຫາກມີບັນຫາ ຫຼື ສິ່ງໃດ ກໍໃຫ້ບໍລິສັດ ອຳມະຕະຊີຕີ້ ລາວ ຈຳກັດ ປະສານສົມທົບກັບໜ່ວຍງານກ່ຽວຂ້ອງ ລວມທັງທ້ອງຖິ່ນຕື່ມ, ຂ້າພະເຈົ້າມີຄວາມເຊື້ອໝັ້ນດ້ານປະສົບການ ຂອງບໍລິສັດ ອຳມະຕະຊີຕີ້ ເນື່ອງຈາກເຄີຍສ້າງມາຢູ່ຫຼາຍປະເທດແລ້ວ ແລະ ຂໍໃຫ້ໂຄງການທີ່ທ່ານຈະລົງມືເຮັດຢູ່ນາໝໍ້ແຂວງອຸດົມໄຊ ບັນລຸຕາມເປົ້າໝາຍທີ່ວາງໄວ້.