ລາຄາເຂົ້າອາດເພີ່ມຂຶ້ນ ຫຼັງອິນເດຍ ຈຳກັດການສົ່ງອອກ

28

ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄາເຂົ້າໃນຕະຫຼາດໂລກອາດປັບຂຶ້ນ ຫຼັງຈາກອິນເດຍ ເຊິ່ງເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກ ກຳລັງພິຈາລະນາຈຳກັດການສົ່ງອອກເຂົ້າຫັກ 100% ຫຼັງຈາກເນື້ອທີ່ປູກເຂົ້າຫຼຸດລົງ ເນື່ອງຈາກຝົນຕົກໜ້ອຍກວ່າເກນປົກກະຕິ.

May be an image of outdoors

ອິນເດຍ ເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ຂອງໂລກ ໂດຍມີສັດສ່ວນກວມເອົາປະມານ 40% ຂອງໂລກຂະນະນີ້ ກຳລັງພິຈາລະນາວ່າ ອາດຈະຈຳກັດການສົ່ງອອກເຂົ້າຫັກ 100% ເຊິ່ງອາດຈະສົ່ງຜົນກະທົບຕໍ່ລາຄາເຂົ້າໃນຕະຫຼາດໂລກ ໂດຍສະເພາະແມ່ນປະເທດທຸກຍາກໃນອາຟຣິກກາ ທີ່ນຳເຂົ້າຫັກ 100% ເພື່ອໃຊ້ໃນການບໍລິໂພກ ໂດຍປົກກະຕິແລ້ວເຂົ້າຫັກຈະຖືກໃຊ້ເພື່ອຈຸດປະສົງໃນການເຮັດອາຫານສັດ.

May be an image of food

ອີງຕາມຂໍ້ມູນຈາກສະມາຄົມຜູ້ສົ່ງເຂົ້າຂອງອິນເດຍ ເປີດເຜີຍວ່າ: ຕາມປົກກະຕິແລ້ວ ອິນເດຍ ສົ່ງອອກເຂົ້າຫັກ 5% ແລະ ເຂົ້າຫັກ 25% ແຕ່ຄວາມຕ້ອງການ ເຂົ້າຫັກ 100% ເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍໃນໄລຍະຫຼາຍເດືອນຜ່ານມາ ໂດຍສະເພາະຈາກປະເທດທຸກຍາກ ທີ່ກຳລັງປະເຊີນກັບໄພແຫ້ງແລ້ງ.

ໃນປີ 2021 ອິນເດຍ ສົ່ງອອກເຂົ້າທັງໝົດ 21,5 ລ້ານໂຕນ, ໃນນັ້ນລວມທັງເຂົ້າຫັກ ຈຳນວນ 3,6 ລ້ານໂຕນ.