ປາກິດສະຖານ ຂໍການຊ່ວຍເຫຼືອຈາກປະຊາຄົມໂລກ ຫຼັງເກີດໄພພິບັດຄັ້ງຮຸນແຮງ

77

ສຳນັກຂ່າວຕ່າງປະເທດລາຍງານວ່າ ປາກິດສະຖານ ໄດ້ຂໍຮ້ອງໃຫ້ນານາປະເທດໃຫ້ການຊ່ວຍເຫຼືອ ຫຼັງຈາກທີ່ປະສົບກັບໄພພິບັດນ້ຳຖ້ວມຄັ້ງຮຸນແຮງ ສົ່ງຜົນໃຫ້ປະຊາຊົນ ປະມານ 33 ລ້ານຄົນ ຫຼື ປະມານ 15% ຂອງປະຊາກອນໄດ້ຮັບຜົນກະທົບ, ຂະນະທີ່ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 1.033 ຄົນແລ້ວ.

May be an image of 5 people, people sitting and body of water

ເຈົ້າໜ້າທີ່ກະຊວງພາຍໃນຂອງປາກິດສະຖານ ເປີດເຜີຍວ່າ: ຂະນະນີ້ມີສະຫະລັດອາເມຣິກາ, ອັງກິດ, ສະຫະລັດອາຣັບ ເອມິເຣດ ແລະ ອີກຫຼາຍປະເທດໄດ້ໃຫ້ການຊ່ວຍເຫຼືອປາກິດສະຖານແລ້ວ ແຕ່ການຊ່ວຍເຫຼືອດັ່ງກ່າວກໍຍັງບໍ່ພຽງພໍກັບຄວາມຕ້ອງການ ເນື່ອງຈາກວ່າໃນໄລຍະຜ່ານມາ ລັດຖະບານປາກິດສະຖານຕ້ອງຮັບມືກັບບັນຫາເສດຖະກິດ ຈົນເຮັດໃຫ້ເສດຖະກິດຄ່ອຍໆຟື້ນຕົວດີຂຶ້ນ ແຕ່ກໍຕ້ອງມາປະເຊີນກັບໄພພິບັດຄັ້ງຮຸນແຮງ ເຊິ່ງປາກິດສະຖານຕ້ອງຜ່ານຜ່າໄພພິບັດຄັ້ງນີ້ໄປໃຫ້ໄດ້ ແຕ່ລັດຖະບານຈຳເປັນຕ້ອງມີເງິນສະໜັບສະໜູນ ເພື່ອບັນເທົາ ຄວາມເດືອດຮ້ອນຂອງປະຊາຊົນ.

May be an image of 5 people and body of water

ທັງນີ້, ໄພພິບັດຄັ້ງນີ້ ນັບວ່າມີຄວາມຮຸນແຮງທີ່ສຸດໃນປະຫວັດການ ເຊິ່ງຄວາມສູນເສຍໃກ້ຄຽງກັບເຫດການນ້ຳຖ້ວມທີ່ເກີດຂຶ້ນໃນປີ 2010 – 2011.