ຈີນ ປ່ອຍນ້ຳ 1.400 ລ້ານກວ່າແມັດກ້ອນ ເພື່ອບັນເທົາໄພແຫ້ງແລ້ງ

33

ສື່ມວນຊົນຂອງຈີນລາຍງານວ່າ ກະຊວງຊັບພະຍາກອນນ້ຳຂອງຈີນ ໄດ້ອອກແຈ້ງການປ່ອຍນ້ຳ ຈຳນວນ 1.480 ລ້ານແມັດກ້ອນ ອອກຈາກອ່າງເກັບນ້ຳຕ່າງໆໃນລຸ່ມແມ່ນ້ຳແຍ່ງຊີ ເຊິ່ງເປັນສາຍນ້ຳທີ່ຍາວທີ່ສຸດຂອງຈີນ ເພື່ອບັນເທົາໄພແຫ້ງແລ້ງໃຫ້ປະຊາຊົນທີ່ອາໄສຢູ່ລຸ່ມແມ່ນ້ຳແຍ່ງຊີມີນ້ຳພຽງພໍຕໍ່ການຜະລິດກະສິກຳໃນໄລຍະລະດູໃບໄມ້ຫຼົ່ນນີ້.

May be an image of outdoors

ສຳລັບການປ່ອຍນ້ຳອອກຈາກອ່າງເກັບນ້ຳຄັ້ງນີ້ ປະກອບມີເຂື່ອນສາມຜາ ເຊິ່ງຕັ້ງຢູ່ຕົ້ນນ້ຳຂອງແມ່ນ້ຳແຍ່ງຊີ ຕະຫຼອດຮອດອ່າງເກັບນ້ຳອີກຫຼາຍແຫ່ງທີ່ນອນຢູ່ລຽບຕາມແມ່ນ້ຳແຍ່ງຊີ. ໃນຂະນະນີ້ ໄພແຫ້ງແລ້ງໄດ້ກວມເອົາຢ່າງໜ້ອຍ 6 ແຂວງຂອງຈີນ ປະກອບດ້ວຍແຂວງເສສວນ, ນະຄອນຊົງຊິງ, ແຂວງຫູເປີ້ຍ, ຫູໜານ, ອັນຮຸ້ຍ ແລະ ຈຽງຊີ ທີ່ຢູ່ລຽບຕາມແມ່ນ້ຳແຍ່ງຊີ ແລະ ສາຂາຂອງແມ່ນ້ຳແຍ່ງຊີ.

May be an image of 2 people, people standing and outdoors