ສະແດງຄວາມຍິນດີດ້ວຍ ກັບຜູ້ໄດ້ຮັບຕໍາແໜ່ງ Miss Grand Laos 2022 ຄົນຫຼ້າສຸດ ດີນ້າ ພຸດສະຫວັນ ວົງຄໍາຊາວ

24

ຂໍສະແດງຄວາມຍິນດີກັບນ້ອງ ດີນ້າ ພຸດສະຫວັນ ວົງຄຳຊາວ MGL15 ທີ່ສາມາດຄວ້າຕໍາແໜ່ງ Miss Grand Laos 2022 ຄົນຫຼ້າສຸດ ເຊິ່ງມີຄວາມຮູ້, ຄວາມສາມາດ ແລະ ກ້າສະແດງອອກທີ່ໝັ້ນໃຈ ສາມາດເຮັດໃຫ້ຄະນະກໍາມະການ ແລະ ແຟນໆນາງງາມຫຼົງຮັກໃນ ຄວາມເກັ່ງຂອງສາວງາມຄົນນີ້ ແລະ ທີ່ສໍາຄັນແມ່ນເປັນຜູ້ທີ່ພ້ອມດ້ວຍຄວາມຮູ້ ເຊິ່ງມີດີກຣີເປັນເຖິງນັກຮຽນນອກ ພາສາຕ່າງປະເທດກໍຄ່ອງ ສົມແລ້ວກັບມົງກຸດອັນຊົງຄຸນຄ່າຈາກເວທີ Miss Grand Laos.

ມື້ນີ້ທີມຂ່າວບັນເທີງຈະພາມາທໍາຄວາມຮູ້ຈັກກັບສາວງາມເຈົ້າຂອງຕໍາແໜ່ງ Miss Grand Laos 2022 ຄົນນີ້ໃຫ້ຫຼາຍຂຶ້ນ ໂດຍຜ່ານບົດສໍາພາດຄື: ດີນ້າ ພຸດສະຫວັນ ວົງຄໍາຊາວ ປັດຈຸບັນອາຍຸ 25 ປີ, ສ່ວນສູງ 168 ຊັງຕີແມັດ, ຈົບປະລິນຍາຕີ ພາກວິຊາບັນຊີ – ການເງິນ ຈາກ Kent Institue, Sydney, Australia.

ຜ່ານມາຜົນງງານການເດີນສາຍປະກວດ ແມ່ນເຄີຍປະກວດ Laos Super Model 2015 ມາກ່ອນ ແລະ ໃນປີນີ້ ເນື່ອງດ້ວຍຄວາມພ້ອມທາງອາຍຸ, ວິໄສທັດ ແລະ ຄວາມໝັ້ນໃຈທີ່ເຕັມ 100 ຈຶ່ງຕັດສິນໃຈເຂົ້າປະກວດໃນເວທີ Miss Grand Laos 2022 ແລະ ໄດ້ມົງກຸດໃຫຍ່ຈາກເວທີປະກວດໃນຄັ້ງນີ້ມາຄອງ.

ດີນ້າ ບອກວ່າ: ສໍາລັບເຫດຜົນທີ່ເຮັດໃຫ້ ດີນ້າ ເລືອກທີ່ຈະປະກວດໃນເວທີ Miss Grand Laos 2022 ນີ້ ຍ້ອນວ່າຢາກຈະເອົາຊະນະຕົວເອງ ແລະ ຖ້າມີໂອກາດໄດ້ໄປຕໍ່ Miss Grand International 2022 ຢາກເຮັດໃຫ້ທົ່ວໂລກຮູ້ວ່າ ປະເທດລາວ, ຄົນລາວ ໂດຍສະເພາະແມ່ຍິງລາວກໍເກັ່ງ ທັງດ້ານ ຄວາມຄິດ ແລະ ຄວາມສາມາດ ບໍ່ດ້ອຍກວ່າຊາດອື່ນໃດໃນໂລກ ແລະ ຈະນໍາເອົາວັດທະນະທຳຮີດຄອງປະເພນີອັນດີງາມ, ສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແລະ ມໍລະດົກທີ່ເປັນເອກະລັກຂອງລາວເຮົາໄປເຜີຍແຜ່ໃຫ້ສາກົນໄດ້ຮັບຮູ້ດ້ວຍ.

ສ່ວນຄະຕິປະຈຳໃຈຂອງດີນ້າແມ່ນ: “ Action, Consistent and endure lead to greatness in life, ການລົງມືທຳ, ຄວາມພະຍາຍາມ ແລະ ຄວາມສູ້ ຄວາມອົດທົນ ເປັນສິ່ງທີ່ນຳສິ່ງດີທີ່ສຸດເຂົ້າມາໃນຊີວິດ ”.

ສິ່ງທີ່ຕັ້ງເປົ້າໄວ້ເມື່ອໄດ້ໃຊ້ນາມສະກຸນຂອງ Miss Grand Laos ດີນ້າ ກໍມີຄວາມຄິດໄວ້ວ່າສິ່ງທີ່ຢາກຈະປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມ ນັ້ນກໍຄືການປະກອບສ່ວນປຸກລະດົມ ແລະ ເນັ້ນຢໍ້າຄວາມສຳຄັນຂອງການສຶກສາຕໍ່ຊາວໜຸ່ມຮຸ່ນສືບທອດໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອຕົນເອງ ແລະ ເພື່ອພັດທະນາເສດຖະກິດຂອງປະເທດລາວ. ພ້ອມນີ້, ກໍຈະຍົກຫົວຂໍ້ ການພັດທະນາ – ການຊ່ວຍເຫຼືອປະຊາຊົນທີ່ຢູ່ໃນເຂດຫ່າງໄກສອກຫຼີກ ເປັນຕົ້ນແມ່ນການຮຽນວິຊາຊີບທີ່ສາມາດນຳໄປໃຊ້ໄດ້ຕົວຈິງ ( ເຊິ່ງດີນ້າເຄີຍເປັນ Finance Associate ທີ່ Swisscontract ເຊິ່ງໂຄງການນີ້ມອບໂອກາດ ແລະ ປຸກລະດົມໃຫ້ປະຊາຊົນໄດ້ມີວຽກເຮັດງານທຳ ) ເພື່ອຫຼຸດຜ່ອນການວ່າງງານ ແລະ ສ້າງລາຍໄດ້ໃຫ້ແກ່ຕົນເອງ ແລະ ຄອບຄົວ.

ທ້າຍນີ້ກໍຂໍຝາກແຟນໆນາງງາມທຸກຄົນຊ່ວຍເປັນກໍາລັງໃຈ ແລະ ໃຫ້ການສະໜັບສະໜູນສາວງາມຄົນນີ້ ດີນ້າ ພຸດສະຫວັນ ວົງຄຳຊາວ ທີ່ຈະເປັນຕົວແທນຂອງປະເທດລາວໃນການປະກວດ Miss Grand International 2022 ທີ່ປະເທດອິນໂດເນເຊຍ ຕິດຕາມຜົນງານທີ່ Facebook: Dina Phoutsavanh vongkhamxao ແລະ ເພຈ Miss Grand Laos ດ້ວຍ.

[ ຮູບ: Miss Grand Laos ]