ຮອງອັນດັບ 2 Miss Grand Laos 2022 ຈິດຕາ ທິບພອນໂພສີ

264

ຮອງອັນດັບ 2 ໃນເວທີ Miss Grand Laos 2022 ຄືສາວງາມຄົນນີ້ ຈິດຕາ ທິບພອນໂພສີ ຫຼື ມິມີ່ MGL 09 ປັດຈຸບັນອາຍຸ 25 ປີ ສູງ 172 ຊັງຕີແມັດ, ນ້ຳໜັກ 49,8 ກິໂລກຣາມ, ສັດສ່ວນ 32 – 23 – 36 ຈາກນະຄອນຫຼວງວຽງຈັນ, ຮຽນຈົບຈາກສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ ປັດຈຸບັນທັງຮຽນຕໍ່ຢູ່ວິທະຍາໄລເຕັກນິກປາກປ່າສັກ ປີ 3 ຫ້ອງ HTM3/2 ແລະ ເຮັດວຽກເປັນພະນັກງານຕ້ອນຮັບເທິງເຮືອບິນ ຢູ່ບໍລິສັດ private jet ຍົນສ່ວນຕົວ ແລະ ຍັງຮຽນຈົບພາສາອັງກິດຢູ່ Petaling japa,Selangor, Malaysia.

.


ຜ່ານມາແມ່ນເຄີຍລົງປະກວດ Miss Laos 2020, ເດີນແບບ wow fashion week ແລະ ຫຼ້າສຸດເຄີຍເປັນນາງແບບໃຫ້ Lao fashion week 2022 ຈຸດເລີ່ມຕົ້ນຂອງການມາປະກວດຄັ້ງນີ້ແມ່ນ ແນ່ນອນວ່າແມ່ຍິງທຸກຄົນມີຄວາມຝັນ ແລະ ນ້ອງກໍເປັນໜຶ່ງໃນນັ້ນທີ່ຢາກເຮັດໃຫ້ຄວາມຝັນຂອງຕົນເອງເປັນຈິງ ແມ່ຍິງທຸກຄົນງາມໝົດແຕ່ຖ້າງາມແທ້ໆກໍຕ້ອງມີມົງກຸດຢັ້ງຢືນ ເພາະນ້ອງເຊື່ອວ່າ ການທີ່ເຮົາຜ່ານການປະກວດ ໄດ້ຕຳແໜ່ງ ຫຼື ບໍ່ໄດ້ຕຳແໜ່ງມັນກໍເປັນການພິສູດແລ້ວວ່າ ນ້ອງຄືຄົນງາມທີ່ແທ້ຈິງ.

.


ຈຸດເດັ່ນຂອງຕົວເອງຄື ນ້ອງເປັນຄົນສູງ ແລະ ມີຮູບຮ່າງສວຍງາມສົມສ່ວນ ເປັນຄົນແອວນ້ອຍ ແຕ່ມີກົ້ນມີກະໂພກ (ໄດ້ຫຸ່ນແມ່ມາ 555) ແລະ ສາມາດສື່ສານໄດ້ 4 ພາສາ ເຊັ່ນ: ໄທ, ອັງກິດ, ຈີນ ແລະ ເກົາຫຼີ ເຊິ່ງແປວ່າ ນ້ອງສາມາດເດີນທາງໄປໃສກໍໄດ້ ສາມາດເພິ່ງພາຕົວເອງໄດ້ ໂດຍທີ່ບໍ່ຈຳເປັນຕ້ອງມີຄົນແປພາສາ ເຊິ່ງສິ່ງນີ້ນ້ອງວ່ານ້ອງແຕກຕ່າງຈາກຜູ້ປະກວດຄົນອື່ນ ເລື່ອງການເດີນທາງບໍ່ມີບັນຫາເລີຍ ເພາະນ້ອງເດີນທາງປະຈຳຢູ່ແລ້ວ.

.

.

.


ຄຳຄົມ ຫຼື ຄະຕິປະຈຳໃຈນ້ອງແມ່ນ “ ຄວາມຝັນທັງໝົດຂອງເຮົາ ສາມາດເປັນຈິງໄດ້ ຖ້າເຮົາມີຄວາມກ້າທີ່ຈະໄລ່ຕາມຄວາມຝັນ ແລະ ສູ້ເພື່ອມັນ ” All our dreams can come true, if we have the courage to pursue them. Fight for it