ທ່ານ ປອ ວັນແສງ ແກ້ວບຸນພັນ ຮັບໜ້າທີ່ວ່າການຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງສະຫວັນນະເຂດ

165

ພະແນກອຸດ ສາຫະກຳ ແລະການຄ້າ (ອຄ)ແຂວງສະຫວັນນະເຂດ ໄດ້ຈັດພິ ທີມອບ-ຮັບວຽກງານລະຫວ່າງ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ອຄ ແຂວງຜູ້ເກົ່າ ແລະ ທ່ານ ປອ ວັນແສງ ແກ້ວບຸນ ພັນ ວ່າການຫົວໜ້າພະແນກ ອຄ ແຂວງ ໃນວັນທີ 25 ສິງຫາ 2022 ຜ່ານມາ ໂດຍມີຄະນະພັກຄະນະພະແນກ, ຫົວໜ້າ-ຮອງຫົວໜ້າ ຫ້ອງການ ອຄ ເມືອງ/ນະຄອນ, ການຈັດຕັ້ງກ່ຽວຂ້ອງຕະຫຼອດ ເຖິງພະນັກງານພາຍໃນພະແນກ ການດັ່ງກ່າວເຂົ້າຮ່ວມຢ່າງ ພ້ອມ ພຽງ.


ໂອກາດນີ້, ທ່ານ ໂພສີສ້ອຍ ກຸທິລາດ ໄດ້ລາຍງານໂດຍສັງ ເຂບກ່ຽວກັບຜົນງານການເຄ່ືອນ ໄຫວຊີ້ນຳ-ນຳ ພາວຽກງານໃນ ຂົງເຂດອຸດສາຫະກຳ-ການ ຄ້າໃນ ໄລຍະຜ່ານມາ ເຊິ່ງໃຫ້ຮູ້ວ່າ: ພະແນກ ອຄ ແຂວງ ປະກອບດ້ວຍ 7 ຂະແໜງການ, ມີພະນັກງານ-ລັດຖະກອນທັງໝົດ 232 ທ່ານ, ມີຄະນະພັກຮາກຖານທັງໝົດ 3 ສະຫາຍ, ປະກອບມີໜ່ວຍພັກ 8 ໜ່ວຍພັກຂຶ້ນກັບ, ໄດ້ສໍາເລັດການ ຂຽນແຜນຜັນຂະຫຍາຍວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂົງເຂດວຽກ ງານອຸດສາຫະກຳ-ການຄ້າປີ 2021-2023 ເຊິ່ງແຕ່ລະໂຄງ ການແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ໂດຍສະເພາະວຽກການສົ່ງເສີມ SME ແລະການຝຶກອົບຮົມໃນ ຫົວຂໍ້ຕ່າງໆໃນການສ້າງຄວາມ ເຂັ້ມແຂງໃນຫົວໜ່ວຍທຸລະກິດ, ມາຮອດປະຈຸບັນໂຮງງານອຸດ ສາຫະກຳປຸງແຕ່ງ ໄດ້ເພີ່ມຂຶ້ນ 51 ຫົວໜ່ວຍ, ມີມູນຄ່າການລົງທຶນ ເພີ່ມຂຶ້ນ 239,18 ຕື້ກີບ, ໄດ້ສໍາ ເລັດການດັດສົມໂຮງງານປຸງ ແຕ່ງໄມ້ ແລະໂຮງງານເຟີນີເຈີ, ໄດ້ສໍາເລັດການມອບໂອນວຽກ 11 ລາຍການກິດຈະການໂຮງ ງານປຸງແຕ່ງກະສິກໍາ ແລະປ່າ ໄມ້ຂັ້ນຕົ້ນ 471 ໂຮງງານໃຫ້ ພະແນກກະສິກໍາ ແລະປ່າໄມ້ ແຂວງ.

ພ້ອມນີ້ກໍ່ເປັນເຈົ້າການ ໃນການຕິດຕາມ ແລະຄຸ້ມຄອງລາ ຄາສິນຄ້າຍຸດທະສາດ ແລະສິນຄ້າ ກະທົບໄວຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີ ຜົນກະທົບແຮງຕໍ່ສັງຄົມທາງດ້ານ ປະລິມານ ແລະລາຄາ ເຮັດໃຫ້ລາ ຄາສິນຄ້າຕະຫຼອດໄລຍະທີ່ຜ່ານ ມານີ້ຢູ່ໃນສະພາບປົກກະຕິໂດຍ ພື້ນຖານ, ໄດ້ຕິດຕາມການປັບຂຶ້ນ-ລົງລາຄານ້ຳມັນເຊື້ອໄຟຂອງບັນ ດາປໍ້ານໍ້າມັນພາຍໃນແຂວງໃຫ້ ຢູ່ໃນລາຄາທີ່ພະແນກ ອຄ ແຂວງ ແຈ້ງອອກແຕ່ລະໄລຍະ ແລະໃນ ຊ່ວງໄລຍະທີ່ແຂວງມີສະພາບ ການຂາດແຄນນໍ້າມັນກໍ່ໄດ້ມີການ ອໍານວຍຄວາມສະດວກຢ່າງສຸດ ຄວາມສາມາດໃນການນໍາເຂົ້າ ນໍ້າມັນຂອງບັນດາບໍລິສັດທີ່ໄດ້ ຮັບອະນຸຍາດຈາກລັດຖະບານ, ແຂວງມີມູນຄ່າການນໍາເຂົ້າ ແລະສົ່ງອອກສິນຄ້າທັງໝົດ 6.634,72 ລ້ານໂດລາ.

ໃນນັ້ນ ສົ່ງອອກ 3.732,55 ລ້ານໂດລາ ແລະນໍາເຂົ້າ 2.902,18 ລ້ານໂດ ລາ, ໄດ້ດຸນການຄ້າ 830,37 ລ້ານ ໂດລາ ແລະການຄ້າຜ່ານແດນສາກົນ 20.362,06 ລ້ານໂດລາ; ຈັດການປະມູນຊື້ຂາຍໄມ້ໄດ້ 38 ເທື່ອຄັ້ງ ສາມາດເຮັດສັນຍາຊື້ຂາຍ ໄດ້ທັງໝົດ 71 ສະບັບ, ຈໍານວນ 101.262 ທ່ອນ/ຕັບ/ເສັ້ນ/ກະດຸດ, ບໍລິມາດ 6.765,139 ແມັດ ກ້ອນ, ມູນຄ່າ 13,55 ຕື້ກວ່າກີບ; ຄົ້ນຄວ້າອະນຸມັດໃຫ້ອອກໃບຢັ້ງ ຢືນແຫຼ່ງກໍາເນີດສິນຄ້າໄດ້ທັງໝົດ 6.101 ສະບັບ, ມູນຄ່າ 896,01 ລ້ານໂດລາ, ອອກໃບຢັ້ງຢືນ CPE ໃຫ້ແກ່ບໍລິສັດພາຍໃນແຂວງໄດ້ ທັງໝົດ 93 ສະບັບ ໃຫ້ແກ່ 74 ບໍລິສັດ; ສ່ວນວຽກງານອື່ນໆກໍ່ມີຜົນສຳເລັດໃນຫຼາຍດ້ານ.

ຈາກນັ້ນ, ໃນພິທີ ກໍ່ໄດ້ມີ ການລົງນາມໃນບົດ ບັນທຶກມອບ-ຮັບວຽກງານລະຫວ່າງຫົວໜ້າ ພະແນກ ອຄ ແຂວງ ຜູ້ເກົ່າ ແລະວ່າ ການຫົົວໜ້າຜູ້ໃໝ່ຢ່າງເປັນທາງ ການ ໂດຍມີບັນດາທ່ານແຂກ ພ້ອມ ດ້ວຍຄະນະນຳ ແລະພະນັກງານ ຫຼັກແຫຼ່ງພາຍໃນພະແນກການ ດັ່ງກ່າວເຂົ້າຮ່ວມເປັນສັກຂີພະ ຍານ.