ເປີດເສັ້ນທາງສາຍປະກວດ ສູ່ຮອງອັນດັບ 1 Miss Grand Laos 2022 ສຸກັນຍາ ສຸລິວົງ

82

ສຸກັນຍາ ສຸລິວົງ MGL16 ຮອງອັນດັບ1 Miss Grand Laos – ມີສແກຣນດ໌ລາວ 2022 ພ້ອມລາງວັນພິເສດ ມິສເຟສອອຟບີ້ວຕີ້ (ຮູບຫນ້າງາມ) ແລະ ລາງວັນ Best evening gown


ອີກໜຶ່ງສາວງາມ ຕົວແທນຈາກແຂວງນະຄອນຫຼວງວຽງຈັນ, ຢູ່ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ອິງອິງ ສຸກັນຍາ ສຸລິວົງ ອາຍຸ 25 ປີ, ສັດສ່ວນ 32-23-34 ລວງສູງ 166 CM


ອິງອິງ ສຸກັນຍາ ສຸລິວົງ ຈົບການສຶກສາຢູ່ວິທະຍາໄລ ຊົນເຜົ່າ ຢຸນນານ ສປຈີນ ສາຂາສື່ສານມວນຊົນ.
ບອກເລີຍວ່າ ສຸກັນຍາ ສຸລິວົງ ເປັນນຶ່ງສາວທີ່ບໍ່ເຄີຍຍອມແພ້ໃນເວທີປະກວດ ເພາະຜ່ານມາ ໄດ້ປະກວດມາຫຼາຍເວທີສົມຄວນ ບໍ່ວ່າຈະເປັນ


ປີ 2018 ປະກວດນາງສາວຈີນ, 2020 ປະກວດນາງສາວລາວ Miss Laos Top40 ຄົນສຸດທ້າຍ, 2021 ປະກວດ Miss World Laos ມີສເວີຣສ ລາວ Top10 ຄົນສຸດທ້າຍ, 2021 ປະກວດ Miss SupranationalLaos ມີສຊູປຣາ Top5 ຄົນສຸດທ້າຍ

.

.

.


ແລະ ລ່າສຸດ Miss Grand Laos 2022 ມີສແກຣນ໌ ລາວ ໄດ້ຕຳແໜ່ງ ສູງສຸດໃນປະເທດ ໃນຊີວິດນາງງາມຄື ຮອງອັນດັບ1 Miss Grand Laos 2022 ຍິນດີນໍາ ແລະ ຝາກຕິດຕາມການເຄື່ອນໄຫວ ຜົນງານຕ່າງໆໄດ້
Cr:Soukunya Soulivong