ກົມການຈັດຫາງານ ເຊັນ MOU ກັບ ເມືອງແຮງຊ້ອງ ສ.ເກົາຫຼີ ເພື່ອຈັດສົ່ງແຮງງານຕາມລະດູການ

97

ໃນວັນທີ 26 ສິງຫາ 2022, ກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ສປປລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຈັດສົ່ງງານແຮງງານຕາມລະດູການ ກັບ ເມືອງແຮງຊ້ອງ ແຂວງ ກັງວອນ ສ.ເກົາຫຼີ ໃນໂອກາດເຄື່ອນໄຫວຢ້ຽມຢາມແຮງງານທີ່ໄປເຮັດວຽກຢູ່ ປະເທດດັ່ງກ່າວ.

ຕາງໜ້າກະຊວງແຮງງານ ແລະ ສະຫວັດດິການສັງຄົມ ຮ່ວມລົງນາມຂອງ ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Kim Myung-gi ເຈົ້າເມືອງແຮງຊ້ອງ, ໂດຍມີຄະນະທີ່ກ່ຽວຂ້ອງ ທັງສອງຝ່າຍຮ່ວມເປັນສັກຂີພິຍານ.

ຮູບປະກອບ ແຮງງານລາວກຳລັງເດີນທາງໄປເຮັດວຽກຢູ່ ສ.ເກົາຫຼີ ວັນທີ 28 ສິງຫາ 2022

ບົດບັນທຶກຄັ້ງນີ້ແມ່ນເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ການຮ່ວມມືກັນ ລະຫວ່າງ ທັງສອງຝ່າຍ ແລະ ການຈັດສົ່ງຜູ້ອອກແຮງງານຕາມລະດູການ ເພື່ອເຮັດວຽກໃນຂົງເຂດກະສິກຳ ເປັນໄລຍະ 3-5 ເດືອນ ໃນປະເທດສາທາລະນະລັດເກົາຫລີ ແລະ ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນມີຄວາມສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງສອງປະເທດ. ອີງຕາມ ແຜນງານຈັດສົ່ງຜູ້ອອກແຮງງານຕາມລະດູການ ຂອງ ສອງປະເທດ ລວມແລ້ວປະມານ 500 ຄົນຕໍ່ປີ.

ໃນບົດບັນທຶກຍັງລະບຸຢ່າງລະອຽດ ກ່ຽວກັບ ມາດຕະການລະເມີດ. ນອກນັ້ນ ເມືອງ ແຮງຊ້ອງ ຈະຕ້ອງຮັບຜິດຊອບກ່ຽວກັບຂັ້ນຕອນທີ່ຈຳເປັນກ່ຽວຂ້ອງທັງໝົດ ສຳລັບຜູ້ອອກແຮງງານຕາມລະດູການ ຈາກ ສປປ ລາວ ເພື່ອຮັບວີຊາອອກອອກແຮງງານ ຢູ່ ສ.ເກົາຫຼີ.

ພ້ອມນັ້ນ ຍັງຈະຕ້ອງນຳສົ່ງຜູ້ອອກແຮງງານ ໃຫ້ແກ່ຜູ້ໃຊ້ແຮງງານ ລວມທັງສະໜອງຂໍ້ມູນຂ່າວສານ, ການເຝິກອົບຮົມ, ການແນະນໍາ, ໃຫ້ຄໍາປຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆທີ່ກ່ຽວຂ້ອງ. ເຊິ່ງບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນມີກຳນົດໄລຍະເວລາ 1 ປີ ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ່ລົງລາຍເຊັນເປັນຕົ້ນໄປ.

ຂ່າວ-ພາບ: ຂ່າວສານ ຮສສ