ຊ້າງນ້ອຍ ເອັຟຊີ ຄວ້າ LFF LAO FORD CUP 2022 ແຊັມທີ 2 ຂອງປີ 2022

79

ຊ້າງນ້ອຍ ເອັຟຊີ ປະກາດສັກດາອີກຄັ້ງດ້ວຍການຄວ້າແຊັມການແຂ່ງຂັນບານເຕະ LFF LAO FORD CUP 2022 ຫຼັງແຊງເອົາຊະນະ ມາສເຕີ 7 ເອັຟຊີ 2-1 ໃນການຕໍ່ເວລາພິເສດ 30 ນາທີໆ ຫຼັງສະເໝີກັນ 1-1 ເມື່ອວັນທີ 28 ສິງຫາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ນັດດັ່ງກ່າວ ຄູເລບາລີ ຍິງປະຕູໃຫ້ກັບ ມາສເຕີ 7 ເອັຟຊີ ຂຶ້ນນໍາໄປກ່ອນ 1-0 ກ່ອນທີ່ເຄິ່ງເວລາທີ 2 ໄລຍະທ້າຍເກມ ກີ້ດາວອນ ຈະຍິງປະຕູຕີສະເໝີໃຫ້ກັບ ຊ້າງນ້ອຍ ໄລ່ມາເປັນ 1-1 ກ່ອນຈົບ 90 ນາທີໆ ກ່ອນຕໍ່ເວລາອອກໄປອີກ 30 ນາທີ ເປັນຊ້າງນ້ອຍ ເອັຟຊີ ມາໄດ້ປະຕູໄຊ ຈາກການຍິງຂອງ ວັນນະສອນ ດວງໄມຕີ ຊ່ວຍໃຫ້ ຊ້າງນ້ອຍ ຄວ້າແຊັມໄປຄອງ ແລະ ແຊັມເປັນທີ 2 ຂອງປີນີ້ ຕໍ່ຈາ ເປບຊີ ລາວລີກ 1 2022.
ບົດສະຫຼຸບລາຍການນີ້:

-ຊ້າງນ້ອຍ ເອັຟຊີ ແຊັມ ໄດ້ຮັບຂັນແຊັມ+ຫຼຽນ ພ້ອມເງິນລາງວັນ 50 ລ້ານກີບ
-ອັນດັບ 2 ສະໂມສອນ ມາສເຕີ 7 ໄດ້ຫລຽນ ແລະ ເງິນລາງວັນ 20 ລ້ານກີບ.
– ຜູ້ຮັກສາປະຕູດີເດັ່ນ: ສໍລະສັກ ທິລະວົງ ຜູ້ຮັກສາປະຕູ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ.

– ນັກກິລາດີເດັ່ນ ແລະ ຜູ້ຍິງປະຕູສູງສຸດ : ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ຍິງໄດ້ 4 ປະຕູ.
– ຄູຝຶກດີເດັ່ນ : ທ່ານ SATYASAGARA ສັນຊາດສິງກະໂປ ຄູຝຶກຈາກ ສະໂມສອນ ບານເຕະ ຊ້າງນ້ອຍ
ຂ່າວໂດຍ: Larh Creators ແລະ ຮູບຈາກ: LFF LAO FORD CUP