ເປີດນຳໃຊ້ໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍຈັກ ເບີ 6 ເພີ່ມກໍາລັງຕິດຕັ້ງຮອງຮັບການຊົມໃຊ້ໄຟຟ້າທີ່ນັບມື້ນັບເພີ່ມຂຶ້ນ

74

ເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍຈັກເບີ 6 ເຊິ່ງເປັນໂຄງການທີ່ໄດ້ຮັບເງິນກູ້ຜ່ອນຜັນຈາກລັດຖະບານຍີ່ປຸ່ນ ຕາງໜ້າໂດຍອົງການໄຈກາ ປະຈຳລາວ ໃນວົງເງິນທັງໝົດ 5.545 ລ້ານເຢັນ, ການຂະຫາຍຈັກເບີ 6 ແມ່ນເພີ່ມກໍາລັງຕິດຕັ້ງຂອງເຂື່ອນໄຟຟ້ານໍ້າງື່ມ 1 ຕື່ມອີກ 40 MW ເພື່ອຮອງຮັບການຊົມໃຊ້ໄຟຟ້າທີ່ນັບມື້ນັບຫຼາຍຂຶ້ນ ແລະ ດຸ່ນດ່ຽງການນໍາເຂົ້າໄຟຟ້າຈາກຕ່າງປະເທດ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ໂຄງການນີ້ແມ່ນໄດ້ເຈາະໂຕເຂື່ອນທີ່ມີຢູ່ເພື່ອຕິດຕັ້ງທໍ່ສົ່ງນ້ຳ, ຂະຫຍາຍໂຮງຈັກເກົ່າອອກດ້ານຂ້າງ ແລະ ຕິດຕັ້ງເຄື່ອງຈັກໄຟຟ້າ ໃໝ່ອີກໜຶ່ງໜ່ວຍທີ່ມີກຳລັງການຜະລິດ 40 MW, ເຖິງແມ່ນວ່າຈະບໍ່ເປັນໂຄງການຂະໜາດໃຫຍ່ກໍຕາມ ແຕ່ມັນແມ່ນໂຄງການທີ່ມີຄວາມຫຍຸ້ງຍາກສັບສົນໃນການກໍ່ສ້າງຫຼາຍ ເພາະຕ້ອງໄດ້ກໍ່ສ້າງຢູ່ໃຕ້ອ່າງນໍ້າ, ຢູ່ໃນເຂດກໍ່ສ້າງທີ່ຄັບແຄບ ແລະ ມີສິ່ງກີດຂວາງຕ່າງໆນາໆ ແລະ ມີເງື່ອນໄຂບໍ່ໃຫ້ແຕະຕ້ອງ ແລະ ສົ່ງຜົນກະທົບໃນທາງລົບຕໍ່ໂຄງສ້າງຂອງເຂື່ອນເດີມ ແລະ ຕໍ່ການຜະລິດຂອງເຂື່ອນໄຟຟ້ານໍ້າງື່ມ 1 ປະຈຸບັນ.

ດ້ານການກໍ່ສ້າງ ໂຄງການນີ້ພວກເຮົາໄດ້ຈັດຫາທີ່ປຶກສາ ແລະ ບັນດາຜູ້ຮັບເໝົາ ພາຍໃຕ້ມາດຕະຖານສາກົນ ຕາມລະບຽບການຂອງໄຈກາ ໂດຍໄດ້ວ່າຈ້າງບໍລິສັດຮ່ວມທີ່ປຶກສາເລີ່ມເຮັດວຽກນັບແຕ່ເດືອນເມສາ 2014 ເປັນຕົ້ນມາ, ໄດ້ທຳການອອກແບບລະອຽດເພື່ອການກໍ່ສ້າງ ແລະ ຄວບຄຸມການກໍ່ສ້າງພາກສະໜາມຈົນສຳເລັດ, ໄດ້ເຮັດສັນຍາກັບບໍລະສັດ ໃນການເຮັດວຽກກໍ່ສ້າງ ແລະ ຕິດຕັ້ງກົນຈັກ (Civil and Hydromechanical Works) ໄດ້ເລີ່ມລົງມືພາກສະໜາມໃນເດືອນ ສິງຫາ 2017 ແລະ ສໍາເລັດໃນເດືອນ ທັນວາ 2021, ສຳເລັດວຽກຕິດຕັ້ງອຸປະກອນໄຟຟ້າ ແລະ ອຸປະກອນກົນຈັກ (Electrical/Mechanical Equipment) ໄດ້ເລີ່ມລົງມືນັບແຕ່ເດືອນກຸມພາ 2018 ຈົນສໍາເລັດໃນເດືອນ ມີນາ 2022 ໃນໜ້າວຽກການອອກແບບ, ຜະລິດ ແລະ ຕິດຕັ້ງ ບັນດາອຸປະກອນທັງໝົດເພື່ອໃຫ້ສາມາດຜະລິດໄຟຟ້າໄດ້ ໃນກຳລັງຕິດຕັ້ງ 40 MW ເຮັດໃຫ້ເຂື່ອນໄຟຟ້ານໍ້າງື່ມ 1 ມີກຳລັງຕິດຕັ້ງທັງໝົດຮອດປະຈຸບັນ 275 MW ສາມາດຜະລິດກະແສໄຟຟ້າສົ່ງເຂົ້າລະບົບຂອງໄຟຟ້າລາວເພີ່ມຂຶ້ນ.

ພິທີເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍຈັກເບີ 6 ຈັດຂຶ້ນວັນທີ 27 ສິງຫາ 2022 ຢູ່ເຂື່ອນໄຟຟ້າ ນໍ້າງື່ມ 1, ຢູ່ບ້ານແສງສະຫວ່າງ, ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ; ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ; ທ່ານ ເຄັນອິຈິ ໂຄບະຢະຊິ (Kenichi Kobayashi) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ; ທ່ານ ໂຕຊິໂອະ ນາກາເຊະ (Toshio Nagase) ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ; ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ໄຟຟ້າລາວ, ມີບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.