ສາວໆຮູ້ໄວ້ 5 ອາຫານຄວນກິນໃນຕອນທີ່ເປັນປະຈຳເດືອນ

38

ທຸກຄັ້ງທີ່ເວລາປະຈຳເດືອນມາ ສາວໆມັກມີອາການເຈັບທ້ອງ ຫຼື ບາງຄົນທີ່ບໍ່ມີອາການເຈັບທ້ອງ ກໍໜີບໍ່ພົ້ນອາການບໍ່ສະບາຍຫຼາຍຄົນພະຍາຍາມຊອກຄົ້ນຄວ້າຫາວິທີ ແລະ ອາຫານທີ່ຈະຊ່ວຍບັນເທົາ ຫຼື ຊ່ວຍຫຼຸດຜ່ອນອາການບໍ່ສະບາຍເນື້ອບໍ່ສະບາຍຕົວຢູ່ແມ່ນບໍ່.
ມື້ນີ້ຈະມາແນະນໍາ 5 ອາຫານ ຄວນກິນໃນຕອນທີ່ເປັນປະຈຳເດືອນ ຊ່ວຍບັນເທົາອາການບໍ່ສະບາຍຕົນຕົວໄດ້ດີເລີຍ ມາບອກໃຫ້ທຸກຄົນໄດ້ຮູ້ ເຊິ່ງວ່າຈະມີຫຍັງແດ່ນັ້ນ ເຮົາໄປເບິ່ງນໍາກັນເລີຍ:
1. ຜັກໃບຂຽວ

ເປັນຜັກທີ່ຈະຊ່ວຍເພີ່ມລະດັບທາດເຫຼັກ ແລະ ຍັງມີວິຕາມິນບີ ເນື່ອງຈາກວ່າເວລາທີ່ເປັນປະຈຳເດືອນ ລະດັບທາດເຫຼັກໃນຮ່າງກາຍຈະຫຼຸດລົງຫຼາຍກວ່າປົກກະຕິ ເຊິ່ງຈະເຮັດໃຫ້ມີອາການອ່ອນເພຍ, ເມື່ອຍງ່າຍ, ວິນຫົວ ແລະ ປວດເມື່ອຍຕົນຕົວ.
2. ນໍ້າຂີງອຸ່ນ

ຂີງຈະຊ່ວຍຕ້ານການອັກເສບ ແລະ ຊ່ວຍຫຼຸດຜ່ອນອາການເຈັບປວດຕາມຮ່າງກາຍ ທີ່ເປັນອາການທີ່ມັກເກີດຂຶ້ນໃນໄລຍະປະຈຳເດືອນມາໄດ້ເປັນຢ່າງດີເລີຍ, ແນະນຳໃຫ້ກິນນໍ້າຂີງອຸ່ນຈະຊ່ວຍໄດ້ຫຼາຍ.
3. ໂຢເກິດ

ໃນໄລຍະທີ່ເປັນປະຈຳເດືອນ ຫຼື ຫຼັງທີ່ເປັນປະຈຳເດືອນ ແມ່ຍິງຫຼາຍຄົນມັກຈະຕິດເຊື້ອຍີດ ເຊິ່ງເຮັດໃຫ້ເກີດອາການຄັນ ແລະ ອັກເສບຕາມມາ. ດັ່ງນັ້ນ, ໂຢເກິດຈະຊ່ວຍບັນຫາ ຫຼື ອາການດັ່ງກ່າວໄດ້ ເພາະວ່າມີໂພຣໄບໂອຕິກ ທີ່ຊ່ວຍເພີ່ມແບັກທີເຣຍຊະນິດດີໃຫ້ຊ່ອງຄອດ ອີກຢ່າງຍັງຊ່ວຍຕ້ານການຕິດເຊື້ອໄດ້ອີກ.
4. ຊັອກໂກແລັດດຳ ( Dark chocolate )

ຈະມີສານແມັກນີຊຽມ ແລະ ທາດເຫຼັກ ໂດຍສານແມັກນີຊຽມເປັນສານອາຫານທີ່ຊ່ວຍຫຼຸດຄວາມຮຸນແຮງຂອງອາການຜິດປົກກະຕິທີ່ເກີດຂຶ້ນກ່ອນເປັນປະຈຳເດືອນ ເຊັ່ນ: ອາການເສົ້າ, ອາການຫງຸດຫງິດ, ນອນບໍ່ຫຼັບ, ຢາກອາຫານ, ເຈັບເຕົ້ານົມ.
ສ່ວນທາດເຫຼັກແມ່ນຈະຊ່ວຍບັນເທົາອາການອ່ອນເພຍ, ເມື່ອຍງ່າຍ, ວິນຫົວ ແລະ ປວດເມື່ອຍຕາມຮ່າງກາຍ.
5. ໝາກແຕງໂມ
ໝາກແຕງໂມ ຈັດເປັນໝາກໄມ້ທີ່ມີນໍ້າຫຼາຍ ແລະ ຍັງໃຫ້ລົດຊາດທີ່ຫວານອ່ອນໆຈາກທຳມະຊາດ. ດັ່ງນັ້ນ, ຈຶ່ງຊ່ວຍຫຼຸດ ຄວາມຢາກນໍ້າຕານທີ່ມັກເກີດຂຶ້ນໃນໄລຍະທີ່ປະຈຳເດືອນມາໄດ້ເປັນຢ່າງດີ.
( ຈາກ: ໝໍອຸWealthylife )
[ ຮຽບຮຽງ: ເມລີ;
ຮູບ: Google ]