ປາແດກຮຸ່ງເຮືອງສິນ ສິນຄ້າໂອດ໊ອບ ຄອງໃຈຜູ້ບໍລິໂພກມານານ

43

ຂຶ້ນຊື່ວ່າ “ ປາແດກຮຸ່ງເຮືອງສິນ ” ເຊື່ອວ່າຫຼາຍຄົນເຄີຍໄດ້ຍິນ ຫຼື ອາດເຄີຍຊື້ – ເຄີຍນໍາໃຊ້ໄປປຸງແຕ່ງອາຫານຕ່າງໆມາແລ້ວ ເພາະເປັນຜະລິດຕະພັນທີ່ເລີ່ມເຮັດມາດົນ, ຄຸນນະພາບດີ, ມີຊື່ສຽງ ເຖິງໄດ້ຮັບການຢັ້ງຢືນເປັນຜະລິດຕະພັນສິນຄ້າໂອດ໊ອບ ຫຼື ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ມາແຕ່ປີ 2013.
ຕະຫຼອດໄລຍະຫຼາຍປີມານີ້ ເຖິງວ່າຈະມີຫຼາຍຜະລິດຕະພັນທີ່ເປັນປາແດກຖືກເຮັດຂຶ້ນມາຕອບສະໜອງຜູ້ບໍລິໂພກ ແຕ່ໂຮງງານປາແດກຮຸ່ງເຮືອງສິນ ທີ່ສ້າງຕັ້ງມານານ ຍັງສາມາດຮັກສາຄ່ານິຍົມ ແລະ ຄວາມເຊື່ອໝັ້ນຈາກຜູ້ບໍລິໂພກໄດ້ເປັນຢ່າງດີ ຈຸດເດັ່ນທີ່ສໍາຄັນນັ້ນກໍຄື: ລົດຊາດທີ່ເປັນເອກະລັກ ແລະ ລາຄາທີ່ເໝາະສົມ ຕອບສະໜອງຄວາມສະດວກໃຫ້ທຸກຄົວເຮືອນສາມາດຊື້ໄວ້ປຸງແຕ່ງອາຫານຫຼາກຫຼາຍລົດຊາດໄດ້ສະບາຍ.


ທ່ານ ນາງ ວິໄລສິນ ເຕີນຕານ ເຈົ້າຂອງຜະລິດຕະພັນ ປາແດກຮຸ່ງເຮືອງສິນ ໄດ້ໃຫ້ຮູ້ວ່າ: ໂຮງງານປາແດກຮຸ່ງເຮືອງສິນ ສ້າງຕັ້ງເມື່ອປີ 1988 ແລະ ໄດ້ຮັບການຢັ້ງຢືນເປັນສິນຄ້າໂອດ໊ອບ ໃນປີ 2013 ມາຮອດປັດຈຸບັນທາງໂຮງງານໄດ້ມີການເພີ່ມຜະລິດຕະພັນໃນຫຼາຍແບບ – ຫຼາຍຂະໜາດຕື່ມອີກ ເຊັ່ນ: ປາແດກນໍ້າ, ປາແດກຜົງ ແລະ ນໍ້າແຈ່ວ ເປັນຕົ້ນ. ໃນນັ້ນ, ກໍມີຕຸກບັນຈຸຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ ເພື່ອເປັນທາງເລືອກໃຫ້ຜູ້ບໍລິໂພກສາມາດຊື້ໄດ້ໃນຫຼາຍລາຄາຕາມຄວາມຕ້ອງການ ພ້ອມສະດວກຕໍ່ການພົກພາກັບບ້ານຜ່ານໄລຍະທາງທີ່ໃກ້ ຫຼື ໄກແບບບໍ່ໃຫ້ມີບັນຫາ.
ສ່ວນການເກັບຮັກສາກໍບໍ່ຍາກ ເພາະໄດ້ບັນຈຸໄວ້ໃນຕຸກເປັນທີ່ຮຽບຮ້ອຍແລ້ວ ຢາກນໍາໃຊ້ປຸງແຕ່ງອາຫານ ຫຼື ບໍລິໂພກຍາມໃດກໍໄດ້ ເຊິ່ງສາມາດນໍາໃຊ້ໄດ້ທຸກແບບເໝືອນປາແດກໄຫ, ປາແດກຕ່ອນໃນເມື່ອກ່ອນ ເຊັ່ນ: ໃສ່ລາບ, ແກງ, ເອາະ, ອ່ອມ, ແຈ່ວ, ຕໍາ… ຕຸກ ຫຼື ກວດບັນຈຸກໍງົດງາມ ມີການຫຸ້ມຫໍ່ສີສັນສະດຸດຕາ ໜ້າຈົດຈໍາງ່າຍ.


ສໍາລັບຕະຫຼາດການຈໍາໜ່າຍຕົ້ນຕໍແມ່ນຢູ່ນະຄອນຫຼວງວຽງຈັນ ເພາະປັດໄຈການຂົນສົ່ງຕ່າງແຂວງມີຄ່າໃຊ້ຈ່າຍຂ້ອນຂ້າງຫຼາຍ ແຕ່ກໍມີບາງຄົນໄດ້ນໍາໄປຈໍາໜ່າຍຢູ່ຕ່າງ ແຂວງຈໍານວນໜຶ່ງ ເຊິ່ງໂຮງງານຕັ້ງຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
ຜະລິດຕະພັນລາວ, ສິນຄ້າລາວ ນັບມື້ມີຫຼາຍສະບາຍເລືອກ ຄຸນນະພາບກໍດີມີການປັບປຸງໃຫ້ແທດເໝາະກັບຍຸກສະໄໝ ຫາກຄົນລາວຫັນມາຊົມໃຊ້ຜະລິດຕະພັນລາວໄດ້ຫຼາຍເທົ່າໃດ ກໍຈະເປັນຜົນດີຕໍ່ເສດຖະກິດຂອງຊາດ ຊ່ວຍອັດປ່ອງຂອງເງິນຕາຕ່າງປະເທດທີ່ກໍາລັງສົ່ງຜົນກະທົບຕໍ່ຄ່າຂອງເງິນກີບ; ຈົ່ງຫັນມາຊົມໃຊ້ ແລະ ສົ່ງເສີມຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ຢຶດໝັ້ນໃນຄໍາເວົ້າທີ່ວ່າ “ ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ ”.