ປະຊາກອນທົ່ວໂລກ ປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ

30

ອົງການອາຫານໂລກ ເປີດເຜີຍວ່າ: ປະຊາກອນໂລກຕ້ອງປະເຊີນກັບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານນັບມື້ຮຸນແຮງ ໂດຍເພີ່ມຂຶ້ນຫຼາຍກວ່າສອງເທົ່າ ສູງເຖິງ 345 ລ້ານຄົນ ນັບຕັ້ງແຕ່ເກີດການລະບາດຂອງໂຄວິດ – 19 ເປັນຕົ້ນມາ.

May be an image of 9 people, people walking, people standing and street

ໃນຂະນະດຽວກັນຄວາມຂັດແຍ່ງທາງດ້ານພູມີລັດຖະສາດ ( ຄວາມຂັດແຍ່ງລະດັບພາກພື້ນ ) ແລະ ການປ່ຽນແປງດິນຟ້າອາກາດ ນັບມື້ຮຸນແຮງຂຶ້ນໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ໂດຍສະເພາະບັນດາປະເທດທີ່ທຸກຍາກ.

May be an image of 11 people, people standing, footwear and outdoors

ກ່ອນເກີດການລະບາດຂອງພະຍາດໂຄວິດ – 19 ມີປະຊາກອນໂລກ 135 ລ້ານຄົນ ຕົກຢູ່ໃນຄວາມອຶດຫິວ ໂດຍຕົວເລກດັ່ງກ່າວເພີ່ມຂຶ້ນຢ່າງຕໍ່ເນື່ອງ ຍ້ອນຫຼາຍປັດໄຈທີ່ເກີດຂຶ້ນໃນຫຼາຍພາກພື້ນ ເຮັດໃຫ້ມີການນຳເຂົ້າອາຫານເພີ່ມສູງຂຶ້ນ ໂດຍສະເພາະປະເທດເຢເມນ ນຳເຂົ້າອາຫານເຖິງ 90%, ໃນນັ້ນນຳເຂົ້າສິນຄ້າທາງທະເລດຳ ປະມານ 30%, ອີຣັກ ຕ້ອງການເຂົ້າບາເລ 5,2 ລ້ານໂຕນ ແຕ່ປູກເຂົ້າບາເລ ໄດ້ພຽງ 2,3 ລ້ານໂຕນ ສ່ວນທີ່ເຫຼືອແມ່ນນຳເຂົ້າໃນລາຄາສູງກວ່າປົກກະຕິ ເນື່ອງຈາກຫຼາຍປະເທດໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງຢ່າງຮຸນແຮງ.