ນາຊາ ທົດລອງປ່ຽນເສັ້ນທາງດາວເຄາະນ້ອຍ

141

ສຳນັກຂ່າວຊິນຮວາ ລາຍງານວ່າ ອົງການນາຊາ ( NASA ) ເປີດເຜີຍວ່າ: ການທົດລອງປ່ຽນເສັ້ນທາງດາວເຄາະນ້ອຍຄູ່ ( DART ) ຂອງອົງການນາຊາ ເຊິ່ງເປັນພາລະກິດທົດລອງເຕັກໂນໂລຊີ ເພື່ອປ້ອງກັນໂລກຈາກອັນຕະລາຍຂອງດາວເຄາະນ້ອຍ ຫຼື ດາວຫາງຄັ້ງທຳອິດຂອງໂລກ ຈະເຄື່ອນໂຕຕຳດາວເຄາະນ້ອຍເປົ້າໝາຍໃນວັນທີ 26 ກັນຍາປີນີ້.

May be an image of text that says '® ESA Science Office'

ການທົດລອງຂ້າງຕົ້ນຊີ້ໃຫ້ເຫັນວ່າ ຍານອະວະກາດ ສາມາດມຸ່ງໜ້າໄປດາວເຄາະນ້ອຍເປົ້າໝາຍ ໂດຍອັດຕະໂນມັດ ແລະ ຕຳໃສ່ກັບດາວເຄາະນ້ອຍ ເພື່ອປ່ຽນທິດທາງການເຄື່ອນທີ່ຂອງມັນໃນລັກສະນະກວດວັດໄດ້ ໂດຍໃຊ້ກ້ອງຈຸລະທັດ ( telescopes ) ພາກພື້ນດິນ.

No photo description available.