ເມືອງນາຊາຍທອງ ເລັ່ງຈັດສັນຄວາມເປັນລະບຽບການຊື້-ຂາຍ, ແກ້ໄຂຄວາມບໍ່ເປັນລະບຽບລຽບແຄມທາງ

91

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຈັດສັນ ແລະ ຄຸ້ມຄອງຕະຫຼາດ ແລະ ວຽກງານຈັດສັນຄວາມບໍ່ເປັນລະບຽບ ຕາມແຄມທາງທົ່ວເມືອງນາຊາຍທອງ 6 ເດືອນຕົ້ນປີ ແລະ ແຜນຈຸດສຸມ 6 ເດືອນທ້າຍປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ສິງຫາ 2022 ທີ່ຫ້ອງວ່າການປົກຄອງເມືອງນາຊາຍທອງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງໆນາຊາຍທອງ ແລະ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງອຸໄທ ດວງມະນີ ຫົວໜ້າຫ້ອງການ ອຄ ເມືອງນາຊາຍທອງ ໄດ້ຂຶ້ນກ່າວສະຫຼຸບວຽກງານກ່ຽວກັບສະພາບຕະຫຼາດຢູ່ພາຍໃນເມືອງນາຊາຍທອງວ່າ ສ່ວນໃຫຍ່ແມ່ນເປັນປະເພດຕະຫຼາດສົດ ການຄ້າຂາຍຈໍານວນຫຼາຍມີລັກສະນະຕາມລະດູ, ການຈັດສັນບາງຕະຫຼາດຍັງບໍ່ເປັນລະບຽບ, ເຈົ້າຂອງຕະຫຼາດຍັງຂາດຄວາມເປັນເຈົ້າການມີລັກສະນະເອື່ອຍອີງ, ເກງໃຈຊາວຄ້າຂາຍ ແລະ ຜູ້ຊົມໃຊ້ຕະຫຼາດກໍມັກງ່າຍ ບໍ່ຄໍານຶງເຖິງຄວາມເປັນລະບຽບ ແລະ ການຄຸ້ມຄອງລາຄາສິນຄ້າ ກໍຍັງເຮັດບໍ່ໄດ້ດີ. ສ່ວນວຽກງານຈັດສັນຄວາມບໍ່ເປັນລະບຽບຕາມສາຍທາງ ທ່ານກ່າວວ່າ ຍັງມີຫຼາຍບຸກຄົນ ແລະ ຄອບຄົວນໍາໃຊ້ເຂດທາງຫຼວງໃຫ້ເກີດປະໂຫຍດສ່ວນຕົວ, ບໍລິການ-ຄ້າຂາຍ ພາໃຫ້ມີການກີດຂວາງການສັນຈອນ ແລະ ບໍ່ຈົບງາມ.

ສະນັ້ນ, ໃນແຜນການ 6 ເດືອນ ທ້າຍປີ 2022 ນີ້ ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ນໍາເອົາບັນດາແນວທາງ, ລະບຽບກົດໝາຍ ລົງໂຄສະນາເຜີຍແຜ່ໃຫ້ບັນດາເຈົ້າຂອງຕະຫຼາດ ແລະ ຮ້ານຂາຍຍົກ-ຂາຍຍ່ອຍ ເພື່ອດໍາເນີນທຸລະກິດເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ຕິດຕາມກວດກາຄຸ້ມຄອງລາຄາສິນຄ້າ, ສິນຄ້າຕ້ອງຫ້້າມ, ສິນຄ້າໝົດອາຍຸ, ການຕິດສະຫຼາກສິນຄ້າເປັນພາສາລາວ, ໂຄສະນາການຕິດລາຄາສິນຄ້າເປັນເງິນກີບ. ພ້ອມດຽວກັນນັ້ນ, ໃຫ້ລົງປັບປຸງກວດກາຄືນບາງຕະຫຼາດກ່ຽວກັບຫ້ອງການຈັດສັນ, ກໍານົດຈຸດທີ່ຈະຕິດຕັ້ງຊິງກາງ, ໂທລະໂຄ່ງ ແລະ ປ້າຍແຈ້ງລາຄາສິນຄ້າ, ປັບປຸງຄືນຮ່ອງລະບາຍນໍ້າ, ບ່ອນເກັບຂີ້ເຫຍື້ອ, ຮົ້ວອ້ອມ, ສະຖານທີ່ຈອດລົດ ແລະ ອື່ນໆ.