ເຊັນສັນຍາກັບ 9 ບໍລິສັດຈັດຫາງານ ເພື່ອພັດທະນາສີມືແຮງງານ ແລະ ສົ່ງເສີມວຽກເຮັດງານທຳ

383

ສະຖາບັນພັດທະນາສີມືແຮງງານ (ສພງ) ໄດ້ເຊັນສັນຍາຮ່ວມກັບ 9 ບໍລິສັດຈັດຫາງານທີ່ຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອສົ່ງເສີມການພັດທະນາສີມືແຮງງານ ແລະ ການຈັດຫາວຽກເຮັດງານທຳທີ່ຖືກຕ້ອງຕາມກົດໝາຍ ພິທີຈັດຂຶ້ນວັນທີ 25 ສິງຫາ 2022 ທີ່ ສພງ ຮ່ວມເຊັນໂດຍທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ແລະ ຕາງໜ້າ 9 ບໍລິສັດຈັດຫາງານ ມີທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.


ໂດຍເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານພັດທະນາສີມືແຮງງານ ແລະ ການສົ່ງເສີມການມີວຽກເຮັດງານທຳຂອງກຸ່ມເປົ້າໝາຍເພື່ອ ສະໜອງກຳລັງແຮງງານທີ່ມີຄຸນນະພາບໃຫ້ແກ່ ຕະຫຼາດແຮງງານແຕ່ລະໄລຍະ ທັງເປັນການຈັດຕັ້ງຜັນຂະຫຍາຍແນວທາງ ແລະ ນະໂຍບາຍການພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ກໍຄືວຽກງານ ຮສສ ໄລຍະ 2021-2025 ໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ສັນຍາສະບັບນີ້ສ້າງຂຶ້ນເພື່ອຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງສະຖາບັນພັດທະນາສີມືແຮງງານ ແລະ 9 ບໍລິສັດຈັດຫາງານຄື ບໍລິສັດບົວສະຫວັນ ບໍລິການຈັດຫາງານ ຈຳກັດ ສອນພະສັກ ບໍລິການຈັດຫາງານ ຈຳກັດຜູ້ດຽວ ບີເຮັດຮ່ວມມື ແລະ ພັດທະນາຈຳກັດຜູ້ດຽວ ສິຣິມຸງຄຸຊັບ ບໍລິການຈັດຫາງານ ຈຳກັດຜູ້ດຽວ ພີພີ ບໍລິການຈັດຫາງານ ຈຳກັດຜູ້ດຽວ ກ້າວຈະເລີນສົ່ງເສີມ ຈັດຫາງານ ຈຳກັດຜູ້ດຽວ ສົມເດັດ ບໍລິການຈັດຫາງານ ຈຳກັດຜູ້ດຽວ ໄຊຍາ ຈັດຫາງານ ຈຳກັດຜູ້ດຽວ ແລະ ບໍລິສັດສົ່ງເສີມແຮງງານລາວ ຈຳກັດຜູ້ດຽວ ໃນການຮ່ວມມືກັນໃນການພັດທະນາສີມືແຮງງານ ແລະ ສົ່ງເສີມວຽກເຮັດງານທຳຕາມນະໂຍບາຍ ຫຼັກການ ຂັ້ນຕອນ ແລະ ລະບຽບການ.


ສຳລັບການຮ່ວມມືຈະເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍນິຕິກຳ ລະບຽບກົດໝາຍກ່ຽວກັບວຽກງານພັດທະນາສີມືແຮງງານ ແລະ ສົ່ງເສີມວຽກເຮັດງານທຳ ພັດທະນາສີມືແຮງງານ ແລະ ສົ່ງເສີມວຽກເຮັດງານທຳ ສະໜອງ ແລກປ່ຽນຂໍ້ມູນຕຳແໜ່ງງານວ່າງ ຄວາມຕ້ອງການແຮງງານຈຳນວນຜູ້ສຳເລັດການເຝິກສີມືແຮງງານ ແລະ ຄວາມຕ້ອງການເຝິກສີມືແຮງງານ ເຝິກຄູຝຶກ ຄູທົດສອບ ແລະ ພະນັກງານທ່ີ່ຮັບຜິດຊອບເກັບກຳຂໍ້ມູນຄວາມຕ້ອງການເຝິກ ຈຳນວນຜູ້ວ່າງງານ ແລະ ຕຳແໜ່ງງານວ່າງ ໂດຍຜ່ານການປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ສ້າງ ພັດທະນາ ປັບປຸງມາດຕະຖານສີມືແຮງງານ ຫຼັກສູດເຝິກສີມືແຮງງານ ແລະ ສື່ການຮຽນ-ສອນໃນແຕ່ລະສາຂາອາຊີບຕາມຄວາມຕ້ອງການຂອງຕະຫຼາດແຮງງານ ສະໜອງຂໍ້ມູນຄວາມຕ້ອງການເຝິກສີມືແຮງງານ ຕຳແໜ່ງງານວ່າງ ການສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ ສະໜອງງົບປະມານ ການເຄື່ອນໄຫວວຽກງານຕ່າງໆທີ່ກ່ຽວຂ້ອງກັບວຽກງານພັດທະນາສີມືແຮງງານ ສົ່ງເສີມວຽກເຮັດງານທຳ ການທົດສອບສີມືແຮງງານ ພົວພັນຮ່ວມມືກັບພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດກ່ຽວກັບການສະໜອງແຮງງານ ສັນຍາການຮ່ວມມືສະບັບນີ້ມີອາຍຸການ 3 ປີ ແລະ ສາມາດສືບຕໍ່ການຮ່ວມມື ພາຍຫຼັງທີ່ຜົນການປະເມີນເຫັນວ່າເປັນທີ່ພໍໃຈຂອງທັງສອງຝ່າຍ.


(ຂ່າວສານຮສສ)