ລາວ-ໄທ ປຶກ​ສາ​ຫາ​ລື​ແຜນ​ການ​ຮ່ວມ​ມື ເພື່ອ​ການ​ພັດ​ທະ​ນາ

184

ກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 24 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-25 ສິງຫາ 2022 ທີ່ ນະຄອນ-ຫຼວງພະບາງ ສປປ ລາວ ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ວິໂຣດ ສູນດາຣາ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍໄທ ນຳໂດຍ ທ່ານ ນາງ ອຸຣິຣັດ ຈະເລີນໂຕ ອະທິບໍດີກົມຄວາມຮ່ວມມື ລະຫວ່າງປະເທດ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ໂດຍມີບັນດາຜູ້ແທນຈາກພາກສ່ວນຕ່າງໆ ຂອງທັງສອງປະເທດ ລາວ-ໄທ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານຜົນຂອງ ກອງປະຊຸມກອງເລຂາ ລາວ-ໄທ ຈາກຫົວໜ້າກອງເລຂາຝ່າຍ ລາວ ແລະ ໄທ ທີ່ຈັດຂຶ້ນໃນວັນທີ 23 ສິງຫາ 2022, ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນຂອງການຈັດຕັ້ງປະຕິບັດໂຄງການເພື່ອການພັດທະນາດ້ານວິຊາການ (2020-2022) ໃນໄລຍະຜ່ານມາ ຕາມທີ່ໄດ້ຕົກລົງກັນ ຂອງກອງປະຊຸມຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ່ 23 ທີ່ ເພັດສະບູລີ ຣາຊະອານາຈັກໄທ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຮອງເອົາບົດບັນທຶກກອງປະຊຸມວິຊາການ ລາວ-ໄທ ຄັ້ງທີ 24 ແລະ ແຜນການຮ່ວມມືເພື່ອການພັດທະນາ ລາວ – ໄທ ໄລຍະ 3 ປີ (2023-2025) ຊຶ່ງກວມເອົາ 7 ຂົງເຂດ, 21 ແຜນງານ, 35 ໂຄງການ ທີ່ສອດຄອງກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດໄວ້ ແລະ ຍັງເປັນການປະກອບສ່ວນເຂົ້າໃນການຜັນຂະຫຍາຍ ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ໄດ້ຮັບໝາກຜົນເປັນຮູບປະທໍາ.

ເປັນພຽງຮູບປະກອບຂ່າວ

ໃນໂອກາດດັ່ງກ່າວ, ທ່ານ ວິໂຣດ ສູນດາຣາ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນດ້ານວິຊາການແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຊັບພະຍາກອນມະນຸດ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ຮູບປະກອບຂ່າວ

ໃນຂະນະດຽວກັນ, ທ່ານ ນາງ ອຸຣິຣັດ ຈະເລີນໂຕ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ກໍຄືການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.