ມອບ- ໂອນ ໜັງສືພິມປະຊາຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ

281

ພິທີມອບ-ຮັບ ການໂອນ ໜັງສືພິມປະຊາຊົນ ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ ນີ້ ຢູ່ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ; ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍບັນດາຄະນະນໍາຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.


ການມອບ-ຮັບໂອນໃນຄັ້ງນີ້, ໄດ້ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 176/ນຍ, ລົງວັນທີ 9/6/2022 ວ່າດ້ວຍການມອບໂອນໜັງສືພິມປະຊາຊົນ ໃຫ້ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ; ອີງຕາມການຕົກລົງເຫັນດີໃນກອງປະຊຸມຄະນະນຳລະຫວ່າງຄະນະໂຄນະນາອົບຮົມສູນກາງພັກ ແລະ ກະຊວງ ຖວທ ຄັ້ງວັນທີ 8 ສິງຫາ 2022; ເພື່ອເຮັດໃຫ້ກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບການປັບປຸງເປັນລະບົບຄົບຊຸດ, ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ແບບບແຜນການນຳພາ ທີ່ສາມາດປະຕິບັດພາລະບົດບາດເປັນເສນາທິການທາງດ້ານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຊີ້ນຳ-ນຳພາວຽກງານດັ່ງກ່າວໃນໄລຍະໃໝ່; ເພື່ອເພີ່ມທະວີຄວາມສາມາດ ແລະ ກຳລັງແຮງໃນການເຄື່ອນໄຫວໂຄສະນາ, ເຜີຍແຜ່ມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງພັກ-ລັດ, ວຽກງານສຶກສາອົບຮົມການເມືອງ-ແນວຄິດກໍຄືວຽກງານໂຄສະນາອົບຮົມໃຫ້ມີຄວາມເຂັ້ມແຂງ; ເພື່ອປະຕິບັດຍຸດທະສາດວຽກງານໂຄສະນາອົບຮົມໃນສະເພາະໜ້າ ແລະ ຍາວນານ ໄປສູ່ຄຸນນະພາບໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງພັກໃຫ້ມີຜົນສຳເລັດເປັນກ້າວໆ.


ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ກ່າວວ່າ: ໜັງສືພິມ ປະຊາຊົນ ໃນປັດຈຸບັນ, ແມ່ນໜັງສືພິມລາວອິດສະລະໃນເມື່ອກ່ອນ ໄດ້ກໍາເນີດເກີດຂຶ້ນໃນວັນທີ 13 ສິງຫາ 1950 ຊຶ່ງເປັນວັນດຽວກັນກັບພັກໄດ້ສ້າງຕັ້ງໂຮງພິມປະຕິວັດຂຶ້ນ ແລະ ທີ່ມາຂອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍໃນປັດປະຈຸບັນ ປີນີ້ມີອາຍຸຄົບຮອບ 72 ປີ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄລຍະຜ່ານມາໄດ້ເຮັດບົດບາດໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໜາຍຂອງລັດ ແຜນພັດທະນາເສດຖະກິດ-ສັງຄົມ, ໃຫ້ປະຊາຊົນເຂົ້າໃຈ ແລະ ສ່ອງແສງຄວາມຂ້ອງໃຈຂອງປະຊາຊົນໃຫ້ແກ່ພັກ-ລັດຖະບານເປັນຂົວຕໍ່ລະຫວ່າງພັກ ກັບປະຊາຊົນ, ເປັນເວທີສະແດງຄໍາຄິດຄໍາເຫັນຂອງມະຫາຊົນ, ນໍາສະເໜີຂ່າວການເມືອງເສດຖະກິດ-ສັງຄົມ ແລະ ຂົງເຂດອື່ນໆ.

ໜຶ່ງປີຜ່ານມາ ຄະນະພັກ ຄະນະບັນນາທິການ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາປະຕິບັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມເປັນເຈົ້າການ ເພື່ອໂຄສະນາເຜີຍແຜ່ວຽກງານຕ່າງໆຂອງພັກ-ລັດ ແລະ ເຮັດລ້ອນໜ້າທີ່ຕາມການມອບໝາຍ ໃນ 1 ປີ ຜ່ານມາ, ສາມາດຜະລິດຂ່າວພາຍໃນອອກສູ່ສັງຄົມໄດ້ທັງໝົດ 9.000 ຂ່າວ, 1.700 ບົດ, ຮູບປະກອບບົດ-ຂ່າວ 6.380 ແຜ່ນ, ຂ່າວຕ່າງປະເທດ 1.620 ຂ່າວ, 280 ບົດ, ຮູບປະກອບ 1.000 ກວ່າແຜ່ນ, ເວັບໄຊ ມີຜູ້ເຂົ້າອ່ານສະເລ່ຍ 15.000 ເທື່ອຄົນຕໍ່ມື້, ເຟສບຸກ ມີຜູ້ເຂົ້າອ່ານທັງໝົດ 23.000 ເທື່ອຄົນ, ສະເລ່ຍມີຜູ້ເຂົ້າອ່ານ 5.000 ເທື່ອຄົນຕໍ່ມື້; ການພິມຈໍາໜ່າຍໜັງສືພິມ ປະຊາຊົນແມ່ນ 2.000 ສະບັບຕໍ່ມື້ ມາຮອດປັດຈຸປັນ ແມ່ນຫຼຸດລົງເຫຼືອພຽງແຕ່ 1.200 ສະບັບຕໍ່ມື້.


ຈາກນັ້ນ, ກໍໄດ້ມີພິທີລົງນາມມອບ-ຮັບ ການໂອນໜັງສືພີມດັ່ງກ່າວ ລະຫວ່າງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ,ລັດຖະມົນຕີກະຊວງ ຖວທ.
ໃນໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຕາງໜ້າພັກ ແລະ ລັດຖະບານ ສະແດງຄວາມຊົມເຊີຍ ທີ່ສອງພາກສ່ວນກ່ຽວຂ້ອງໄດ້ມີຄວາມຕັດສິນໃຈສູງ ໃນການປັບປຸງກົງຈັກໄປຕາມທິດຊີ້ນໍາຂອງຂັ້ນເທິງ ໂດຍສະເພາະໃຫ້ກົງຈັກກະທັດຮັດສອດຄ່ອງກັບສະພາບຕົວຈິງ ຫຼື ວຽກໃດຄ້າຍຄືກັນແມ່ນໃຫ້ໂຮມເຂົ້າກັນ.

ແນວໃດກໍຕາມ ໃນຕໍ່ໜ້ານີ້, ພາຍຫຼັງມອບໂອນໃຫ້ຄະນະໂຄສະນາອົບຮົມສູນກາງພັກ ສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ທີ່ມີໜັງສືພິມປະຊາຊົນຂຶ້ນກັບນີ້ ໃຫ້ສໍາເລັດໂດຍໄວ ເພື່ອຂັບເຄື່ອນວຽກງານໃຫ້ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຂຶ້ນຕື່ມ, ສັບຊ້ອນຈັດວາງບຸກຄະລາກອນເຂົ້າບັນດາຕໍາແໜ່ງງານ ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງຂອງພະນັກງານແຕ່ລະຄົນ, ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບ ພາຍໃນຄະນະພັກ, ຄະນະນໍາຄືນໃໝ່ ສອດຄ່ອງຕາມໂຄງປະກອບກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາເນີນຕາມລະບອບແບບແຜນການນໍາພາ ໃຫ້ແທດເຖິງເປັນປົກກະຕິ. ສິ່ງສຳຄັນໃຫ້ສືບຕໍ່ປັບປຸງເນື້ອໃນ ໃຫ້ເປັນທີ່ດຶງດູດມວນຊົນເຂົ້າອ່ານນັບມື້ນັບຫຼາຍຂຶ້ນ, ນໍາໃຊ້ສື່ອອນລາຍ ເຮັດໜ້າທີ່ຕອບແກ້ບັນຫາເລັ່ງທວງ ທີ່ປະຊາຊົນພົບພໍ້, ສະເໜີ ໂດຍສອດຄ່ອງກັບແນວທາງ, ລັດຖະທໍາມະນູນ, ກົດໝາຍ; ຕໍ່ສູ້-ຕອບຕ້ານ, ແກ້ຂ່າວ ຂໍ້ມູນທີ່ຜິດພ້ຽນ, ບິດເບືອນ, ໃສ່ຮ້າຍປ້າຍສີ ຂອງພວກຄົນບໍ່ດີ ຫຼື ສັງຄົມທີ່ບໍ່ເຂົ້າໃຈ ໃຫ້ທັນການ, ໂດຍສະເພາະການຂຽນບົດ-ຂ່າວຕ້ອງຖືກຕ້ອງ, ຊັດເຈນ, ວ່ອງໄວ ແລະ ທັນການ.

ຂ່າວຈາກ: ປະຊາຊົນ