ຊ້າງນ້ອຍ ກັບ ມາສເຕີ 7 ໄປຕາມນັດເຂົ້າຊີງ LFF LAO FORD CUP ວັນອາທິດນີ້ໃຜຈະເປັນແຊັມ

115

ຖືວ່າໄປຕາມນັດເລີຍສໍາລັບອັນດັບ 1 ກັບ ອັນດັບ 2 ໃນລີກສູງສຸດຂອງ ສປປ ລາວ ປີ 2022 ສາມາດຜ່ານເຂົ້າໄປຮອບຊີງຊະນະເລີດ ໃນການແຂ່ງຂັນບານເຕະຊີງຂັນ ສຕລ ລາວຟອດ 2022 ( LFF LAO FORD CUP 2022 ) ໂດຍຮອບຊີງຊະນະເລີດຈະແຂ່ງຂັນກັນໃນວັນທີ 28 ສິງຫາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ການແຂ່ງຂັນບານເຕະຊີງຂັນ ສຕລ ລາວຟອດ 2022 ຮອບຮອງຊະນະເລີດ ໄດ້ມີການແຂ່ງຂັນໃນວັນທີ 24 ສິງຫາ 2022 ໂດຍຄູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ປາກົດວ່າ: ກີ້ດາວອນ ສຸວັນນີ ກອງໜ້າຟອມຮ້ອນແຮງຂອງ ຊ້າງນ້ອຍ ເອັຟຊີ ຍິງຄົນດຽວ 2 ປະຕູນາທີໆ 36 ແລະ 89 ພາທີມແຊງເອົາຊະນະ ເອສະຣາ ເອັຟຊີ 2-1 ຜ່ານເຂົ້າຮອບຊີງຊະນະເລີດ, ໂດຍນັດນີ້ ໂຈນີ ແຫວນປະເສີດ ຍິງໃຫ້ກັບ ເອສະຣາ ເອັຟຊີ ຂຶ້ນນໍາໄປກ່ອນ ຕັ້ງແຕ່ນາທີໆ 18.

ສ່ວນຄູ່ທີ່ສະໜາມກີລາແຂວງຈໍາປາສັກ ປາກົດວ່າ: ມາສເຕີ 7 ເອັຟຊີ ກໍແຊງເອົາຊະນະ ຈໍາປາສັກ ເອັຟຊີ ໄປແບບສຸດມັນ 3-2 ໂດຍນັດນີ້ ຈໍາປາສັກ ເອັຟຊີ ໄດ້ປະຕູຈາກ ກ້ວຍເຈັງ ໜູພັກດີ ນາທີໆ 17 ແລະ ສຸກຈິນດາ ນັດຜາສຸກ ນາທີໆ 43. ຂະນະທີ່ ມາສເຕີ 7 ເອັຟຊີ ໄດ້ປະຕູຈາກ ສຸລິມານ ຄູລິບາລີ ນາທີໆ 30, ດາໝົດ ທອງຄໍາສະຫວັດ ໂໝ່ງເຂົ້າປະຕູຕົວເອງ ນາທີໆ 78 ແລະ ອານຸສອນ ສິລິກຸນ ມາຍິງປະຕູໄຊໃຫ້ກັບ ມາສເຕີ ເອັຟຊີ 7 ບຽດເອົາຊະນະ ຈໍາປາສັກ ເອັຟຊີ 3-2 ນາທີໆ 87.

ຈາກຜົນດັ່ງກ່າວເຮັດໃຫ້ ຊ້າງນ້ອຍ ເອັຟຊີ ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ມາສເຕີ 7 ເອັຟຊີ ໃນຮອບຊີງຊະນະເລີດທີ່ຈະແຂ່ງຂັນໃນເວລາ 15:00 ໂມງຂອງວັນທີ 28 ສິງຫາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16, ສ່ວນອັນດັບ 3 ແມ່ນຈະບໍ່ມີການຊີງໄຊ ໂດຍໃນລາຍການລາງວັນມີພຽງທີ 1 ກັບ ທີ 2 ເທົ່ານັ້ນກໍຄື ແຊັມຈະໄດ້ຮັບຂັນແຊັມ ພ້ອມເງິນລາງວັນ 50 ລ້ານກີບ ແລະ ທີ 2 ໄດ້ຮັບ 20 ລ້ານກີບ.

ສໍາລັບ ຊ້າງນ້ອຍ ເອັຟຊີ ກັບ ມາສເຕີ 7 ເອັຟຊີ ປີນີ້ເຄີຍພົບກັນມາແລ້ວ 3 ນັດໃນການແຂ່ງຂັນເປບຊີ ລາວລີກ 1 ຄື: ຮອບຂາໄປ ມາສເຕີ 7 ເອັຟຊີ ເປີດບ້ານສະເໝີກັບ ຊ້າງນ້ອຍ ເອັຟຊີ 2-2, ຮອບຂາກັບ ຊ້າງນ້ອຍ ເອັຟຊີ ເປີດບ້ານສະເໝີກັບ ມາສເຕີ 7 ເອັຟຊີ 0-0 ແລະ ແລະ ນັດຫຼ້າສຸດຮອບ 3 ເປັນ ຊ້າງນ້ອຍ ເອັຟຊີ ທີ່ສາມາດບຽດເອົາຊະນະໄປ 2-1.