ຣັດເຊຍ ສະເໜີຂາຍນ້ຳມັນລາຄາຖືກໃຫ້ຫຼາຍປະເທດໃນອາຊີ

135

ສຳນັກຂ່າວບລູມເບີກລາຍງານວ່າ: ຣັດເຊຍ ໄດ້ຍື່ນຂໍ້ສະເໜີໃຫ້ຫຼາຍປະເທດໃນທະວີບອາຊີ ເພື່ອເຊັນສັນຍາໄລຍະຍາວໃນການຊື້ – ຂາຍນ້ຳມັນ ໂດຍຕັ້ງລາຄາຕ່ຳກວ່າຕະຫຼາດໂລກເຖິງ 30%.

May be an image of 1 person

ລັດຖະມົນຕີກະຊວງທ່ອງທ່ຽວຂອງອິນໂດເນເຊຍ ເປີດເຜີຍວ່າ ຣັດເຊຍ ໄດ້ຍື່ນຂໍ້ສະເໜີຂາຍນ້ຳມັນທີ່ມີລາຄາຖືກກວ່າລາຄາຕະຫຼາດໂລກ 30% ໃຫ້ແກ່ອິນໂດເນເຊຍ ໂດຍຂະນະນີ້ປະທານາທິບໍດີຂອງອິນໂດເນເຊຍ ກຳລັງພິຈາລະນາຂໍ້ສະເໜີດັ່ງກ່າວ ທ່າມກາງຄວາມກັງວົນຂອງຫຼາຍຝ່າຍວ່າ ຫາກຮັບຂໍ້ສະເໜີດັ່ງກ່າວອາດຖືກສະຫະລັດອາເມຣິກາ ປະກາດຂວ້ຳບາດ. ທ່າມກາງລາຄານໍ້າມັນໃນຕະຫຼາດໂລກກຳລັງຜັນຜວນຢ່າງໜັກໜ່ວງໃນຂະນະນີ້.

May be an image of 2 people and outdoors