ອີຢູ ປະເຊີນກັບໄພແຫ້ງແລ້ງຮຸນແຮງທີ່ສຸດໃນຮອບ 500 ປີ

40

ສຳນັກຂ່າວຊິນຮວາ ລາຍງານວ່າ ສຳນັກງານສັງເກດການໄພແຫ້ງແລ້ງຂອງເອີຣົບ ເປີດເຜີຍວ່າ ເອີຣົບ ກຳລັງປະເຊີນກັບໄພແຫ້ງແລ້ງຢ່າງຮຸນແຮງທີ່ສຸດໃນຮອບ 500 ປີ.

May be an image of 1 person and outdoors

ອີຢູ ໄດ້ປະກາດລະດັບການເຕືອນໄພ ປະມານ 47% ຂອງພື້ນທີ່ ເປັນເຂດໄພແຫ້ງແລ້ງຢ່າງຮ້າຍແຮງ, ຂະນະທີ່ອີກ 17% ຢູ່ພາຍໃຕ້ສະຖານະການເຝົ້າລະວັງ ກວມເອົາເກືອບ 2 ໃນ 3 ຂອງທະວີບ ສົ່ງຜົນກະທົບຢ່າງຮຸນແຮງ ໂດຍສະເພາະພາກພື້ນເອີຣົບ ຕາເວັນຕົກ – ໃນເຂດທະເລເມດີແຕເຣີນຽນ ( Mediterranean ) ກຳລັງປະເຊີນກັບສະພາບອາກາດຮ້ອນອົບເອົ້າກວ່າປົກກະຕິ ເຮັດໃຫ້ລະບົບການຂົນສົ່ງທາງນ້ຳ ແລະ ການຜະລິດໄຟຟ້າຖືກໂຈະຊົ່ວຄາວ ລວມທັງຜົນຜະລິດກະສິກຳບາງຊະນິດຫຼຸດລົງຢ່າງຕໍ່ເນື່ອງ. ນອກນີ້, ຍັງສົ່ງຜົນກະທົບດ້ານອື່ນໆອີກ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ.

May be an image of nature