4 ປະເທດ ຮ່ວມລາດຕະເວນຕາມລຳແມ່ນ້ຳຂອງ ຄັ້ງທີ 120

44

CRI ລາຍງານວ່າ: ເຮືອລາດຕະເວນຂອງຈີນ 3 ລຳ ໄດ້ອອກເດີນທາງຈາກທ່າເຮືອ ກິ່ງສິບສອງພັນນາ ແຂວງຢູນນານ ປະເທດຈີນ ເຊິ່ງສະແດງໃຫ້ເຫັນວ່າການລາດຕະເວນ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງ ລະຫວ່າງ ຈີນ – ລາວ – ມຽນມາ – ໄທ ຄັ້ງທີ 120 ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ.

May be an image of body of water, mountain and nature

ການລາດຕະເວນຄັ້ງນີ້ ຈະໃຊ້ເວລາ 4 ວັນ ໂດຍເຈົ້າໜ້າທີ່ຈະບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ຫາກມີກໍລະນີກະທຳຜິດລະບຽບກົດໝາຍ, ໃນຂະນະດຽວກັນເຈົ້າໜ້າທີ່ ທີ່ປະຕິບັດໜ້າທີ່ກໍປະຕິບັດຕາມມາດຕະການການແຜ່ລະບາດຂອງພະຍາດໂຄວິດ – 19 ຢ່າງເຂັ້ມງວດ.

May be an image of body of water and nature