5 ບັນຫາພົ້ນເດັ່ນທີ່ໄດ້ນຳມາພິຈາລະນາຮັບຮອງເອົາໃນກອງຊຸມລັດຖະບານປະຈຳເດືອນສິງຫາ

328

ຜົນກອງປະຊຸມລັດຖະບານ ປະຈໍາເດືອນ ສິງຫາ 2022 ທີ່ຈັດຂຶ້ນລະຫວ່າງວັນທີ 24-25 ສິງຫາ 2022 ນີ້ທີ່ສຳນັກງານນາຍົກລັດຖະມົນຕີພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ,ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ທີ່ປະຊຸມແມ່ນໄດ້ພິຈາລະນາຮັບຮອງເອົາ 5 ບັນຫາ ກໍ່ຄື 5 ວາລະສຳຄັນດັ່ງລຸ່ມນີ້:


1 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການກ່ຽວກັບບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນສິງຫາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນກັນຍາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງຮ່າງຂອງບົດສະຫຼຸບ ໃຫ້ໄປຕາມໂຄງຂອງບົດສະຫຼຸບແຜນວຽກງານຈຸດສຸມປະຈໍາປີ, ສໍາລັບເນື້ອໃນຂອງບົດສະຫຼຸບປະຈໍາເດືອນ ແມ່ນໃຫ້ເຫັນຜົນງານອັນພົ້ນເດັ່ນແຕ່ລະຂົງເຂດວຽກງານ ລວມທັງ ຜົນສຳເລັດທີ່ສາມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ເພື່ຶອເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ເປັນຮູບປະທໍາຕົວຈິງ.


2 ກອງປະຊຸມເຫັນດີດ້ານຫຼັກ ການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ສໍາລັບແຜນການສ້າງ ແລະ ປັບປຸງກົດໝາຍຂອງລັດຖະບານ ໄລຍະ 5 ປີ ມີທັງໝົດ 96 ສະບັບ, ໃນນີ້ ກົດໝາຍສ້າງໃໝ່ມີ 38 ສະບັບ ແລະ ກົດໝາຍປັບປຸງມີ 58 ສະບັບ; ປະຈຸບັນ ໄດ້ມີການສ້າງ ແລະ ປັບປຸງກົດໝາຍແລ້ວ ຈໍານວນ 19 ສະ ບັບ ເທົ່າກັບ 19,79% ຂອງແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະ 5 ປີ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງປະສານສົມທົບກັບກະຊວງຍຸຕິທໍາ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄໍໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກົດໝາຍໃດທີ່ຕິດພັນກັບວາລະແຫ່ງຊາດ ຖ້າມີມາດຕະການໃດຈໍາເປັນຮີບດ່ວນຕ້ອງປັບປຸງຮີບດ່ວນ ກໍ່ອາດສະເໜີສະພາປັບສະເພາະບາງມາດຕາເທົ່ານັ້ນ; ກົດໝາຍໃດທີ່ຕິດພັນກັບການຕົກລົງຂອງກົມການເມືອງສູນກາງພັກ ທີ່ເປັນລັກສະນະປັບປຸງກົນໄກການປະຕິບັດວຽກງານ ກໍ່ໃຫ້ສະເນີສະພາແຫ່ງຊາດປັບປຸງຮີບດ່ວນ. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບ ຮອງເອົາ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025).  ກອງປະຊຸມ ໄດ້ຊີ້ນໍາໃຫ້ ກະຊວງຍຸຕິທໍາ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງແຜນດັ່ງກ່າວ ຕາມການປະກອບຄໍໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ກົດໝາຍໃດທີ່ເປັນບູລິມະສິດ, ກົດໝາຍໃດທີ່ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ກົດ ໝາຍທີ່ຕິດພັນກັບການປັບປຸງກົນໄກການປະຕິບັດວຽກງານຂອງລັດຖະບານ ກໍ່ໃຫ້ເອົາເຂົ້າໃນແຜນສ້າງ ແລະ ປັບປຸງ ເພື່ອໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ, ເມື່ອແຜນດັ່ງກ່າວໄດ້ຖືກຮັບຮອງເອົາແລ້ວ ກໍໃຫ້ເປັນເຈົ້າການສົມ ທົບກັບກະຊວງກ່ຽວຂ້ອງຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ໃຫ້ສຳເລັດຕາມກຳນົດເວລາ.


3 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາບົດລາຍງານ ກ່ຽວກັບແຜນຍຸດທະສາດການຮ່ວມມື ລະ ຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ປີ 2022- 2026 ແລະ ບັນຊີໂຄງການບູລິມະສິດ ເຂົ້າແຜນການລົງທຶນ ຂອງລັດຖະບານ ທີ່ຈະໄດ້ຮັບທຶນຈາກທະນາຄານໂລກ ໃນບ້ວງເງິນງົບປະມານ IDA 20 ສໍາລັບໄລຍະ 2023-2024; ; ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງ ແຜນການ ແລະ ການລົງທຶນ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນປັບປຸງບາງເນື້ອໃນ ຕາມການປະກອບຄຳເຫັນຂອງສະມາຊິກລັດ ຖະບານ ໂດຍສະເພາະ ບັນດາໂຄງການ ແມ່ນຕ້ອງນອນໃນຂົງເຂດທີ່ເປັນບູລິມະສິດໃນການພັດທະນາຂອງລັດຖະບານ, ໃຫ້ຕິດພັນກັບວາລະແຫ່ງຊາດ ແລະ ນະໂຍບາຍຂອງທະນາຄານໂລກ. ພ້ອມກັນນີ້, ພາຍ ຫຼັງທີ່ໂຄງການໄດ້ຖືກຮັບຮອງແລ້ວ ແມ່ນໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນການ ນໍາໃຊ້ທຶນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.


ເຊິ່ງຈຸດປະສົງຂອງແຜນຍຸດທະສາດດັ່ງກ່າວ ເພື່ອສຸມໃສ່ຂົງເຂດທີີ່ເປັນບູລິມະສິດ ໃນການພັດທະນາຂອງລັດຖະບານ, ໂດຍເນັັ້ນໃສ່ຄວາມຕ້ອງການພື້ນຖານ ຂອງກຸ່ມຄົນທຸກຍາກ ແລະ ດ້ອຍໂອກາດ, ລວມທັງການສ້າງລາຍຮັບຕິດພັນກັບການພັດທະນາຊັບພະຍາກອນມະນຸດ ແລະ ການປັບຕົວເຂົ້າກັບປ່ຽນແປງຂອງດິນຟ້າອາກາດ, ທັງແມ່ນຈັດຕັັ້ງປະຕິບັດພາຍໃຕ້ແຜນຍຸດທະສາດ ທີີ່ໄດ້ຮັບຜົນສໍາເລັດໃນຊ່ວງໄລຍະ ປີ 2017-2021, ຄຽງຄູ່ກັບການໃຊ້ລະບົບການວິເຄາະ ແລະ ສົມມຸດຖານ ທີີ່ນໍາໃຊ້ໃນຊ່ວງໄລຍະກັບປັບປຸງບົດປະເມີນສະພາບເສດຖະກິດ ສະບັບໃຫມ່. ແຜນຍຸດທະສາດດັ່ງກ່າວ ໄດ້ກຳນົດມີ 9 ເປົ້າໝາຍ ແລະ 11 ໂຄງ ການ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ກະຊວງແຜນ ການ ແລະ ການລົງທຶນ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ໄປປັບປຸງຄືນ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ຈາກນັ້ນ ເພື່ອໃຫ້ທັນນຳສະເໜີຕໍ່ທະນາຄານໂລກ ບັນຈຸເຂົ້າແຜນປີ 2023-2024; ສູ້ຊົນ ແລະ ສຸມທຸກຄວາມສາມາດເພື່ອໃຫ້ບັນລຸຕາມແຜນ ພ້ອມທັງເຂັ້ມງວດໃນການຈັດຕັ້ງປະຕິບັດ ໃຫ້ຮັດກຸມແລະ ມີປະສິດທິຜົນສູງ; ສືບຕໍ່ກະກຽມແຕ່ຫົວທີໃນການຮັບທຶນຈາກທະນະຄານໂລກ ໃນສົກປີຕໍ່ໆໄປ, ໂດຍຖອດຖອນບົດຮຽນໃນປີຜ່ານ ມາ ເພື່ອນໍາໃຊ້ທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ຈາກທະນາຄານໂລກ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.


4. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາເອົາການປັບປຸງບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ. ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະ ແໜງການກ່ຽວຂ້ອງ ຮຽບຮຽງຄືນບັນຊີກິດຈະການ ໃຫ້ສົມບູນ ຄົບຖ້ວນ ແລະ ຮ່າງດຳລັດວ່າດ້ວຍການຮັບຮອງບັນຊີດັ່ງກ່າວ ສະເໜີ ນາຍົກລັດຖະມົນຕີ ເພື່ອພິຈາລະນາ ລົງລາຍເຊັນ ແລະ ປະກາດໃຊ້. ບົດລາຍງານກ່ຽວກັບການປັບປຸງບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ. ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ກຳນົດແຜນລະອຽດ ກ່ຽວກັບການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດ ຈະການສຳປະທານ ໂດຍໃຫ້ສອດຄ່ອງກັບການ ປະຕິບັດຕາມພາລະບົດບົດຂອງຕົນ ໂດຍໃຫ້ມີກົນໄກການປະສານງານ, ລະ ບຽບການທີ່ຈະຄຸ້ມຄອງທີ່ຕິດພັນກັບວຽກງານຂອງຕົນ, ມີການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ໃຫ້ຈະແຈ້ງ, ປະຕິບັດໃຫ້ງ່າຍ ແລະ ມີຄວາມຄ່ອງຕົວ.


5. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດລາຍງານຄວາມຄືບໜ້າການຈັດຕັັ້ງປະຕິບັດບັນດາໜ້າວຽກຈຸດສຸມທີ່ໄດ້ກໍານົດ ໃນມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ກອງປະຊຸມໄດ້ຊີ້ນໍາ ໃຫ້ບັນດາທ່ານສະມາຊິກລັດ ຖະບານ ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດຕົວຈິງ ບັນດາໜ້າວຽກຂອງຕົນ ທີ່ຍັງບໍ່ທັນສຳເລັດຕາມກຳນົດເວລາທີ່ກຳນົດໃນມະຕິດັ່ງກ່າວ ໂດຍລົງເລິກເບິ່ງສາເຫດທີ່ພາໃຫ້ບໍ່ສຳເລັດ ແລະ ມີວິທີປະຕິບັດຕົວຈິງ, ມີການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ແລະ ມີການຕິດຕາມ ຊຸກຍູ້ຢ່າງເປັນປະຈຳ; ມອບໃຫ້ບັນດາທ່ານ ຮອງນາຍົກລັດຖະ ມົນຕີ ທີ່ຮັບຜິດຊອບຊີ້ນຳແຕ່ລະຂົງເຂດ ລົງເລິກຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວນີ້ ແລະ ມະຕິອື່ນໆ ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຮັດເປັນຕາຕະລາງ ຕິດຕາມຢ່າງລະອຽດ; ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເປັນເຈົ້າການຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ຂອງ ຂະແໜງການກ່ຽວຂ້ອງ ແລ້ວສັງລວມລາຍງານຕໍ່ທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດ ຖະມົນຕີ ແລະ ລັດຖະບານໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.

ນອກນນີ້ຍັງມີວຽກງານປີກຍ່ອນອີກຈຳນວນໜຶ່ງທີ່ໄດ້ມີການພິຈາລະນາ ພ້ອມໃຫ້ທິດຊີ້ນຳໃຫ້ນຳໄປປັບປຸງແກ້ໄຂຕື່ມ ຕາມການແນະນຳຂອງບັນດາສະມາຊິກລະຖະບານ.