ຄວາມເປັນມາ ແລະ ພິທີເຮັດບຸນຫໍ່ເຂົ້າປະດັບດິນ ບຸນປະເພນີອຸທິດສ່ວນບຸນກຸສົນໃຫ້ຜູ້ລ່ວງລັບ

80

ບຸນຫໍ່ເຂົ້າປະດັບດິນບຸນປະເພນີ ເພື່ອອຸທິດສ່ວນບຸນນຳອາຫານຫວານຄາວ ໃຫ້ບັນພະບຸລຸດຜູ້ລວງລັບໄປແລ້ວ ເຊິ່ງການເຮັດບຸນປີນີ້ ແມ່ນກົງກັບວັນສຸກ ວັນທີ 26 ສິງຫາ 2022 ເປັນມື້ແຮມ 14 ຄ່ຳເດືອນເດືອນ 9 ລາວ.
ຕາມປະເພນີ ກ່ອນຈະຮອດມື້ບຸນກໍໄດ້ມີການຫ້າງຫາກະກຽມຫໍ່ເຂົ້າ ໃສ່ກ້ວຍຫໍ່ມັດດ້ວຍໃບຕອງ, ໃສ່ອາຫານຫວານຄາວ, ໝາກໄມ້, ຢາສູບ, ໝາກ, ພູ, ລົງໄປ ແລ້ວນຳໄປວາງຕາມພື້ນດິນ ໃຕ້ຕົ້ນໄມ້ ຮົ້ວເຮືອນ ຫລື ຮົ້ວວັດ ຫລື ຕາມທາງແຍກ ໄຕ້ທູບທຽນບູຊາ ຢາດນໍ້າ ຫລື ບໍ່ຢາດນໍ້າກໍໄດ້.

ພິທີຂອງບຸນຫໍ່ເຂົ້າປະດັບດິນ ຈະເລີ່ມຕັ້ງແຕ່ຕອນເຊົ້າມືດໆ ໂດຍຜູ້ຄົນທັງຫລາຍຈະເອົາໃບຕອງກ້ວຍຫໍ່ເຂົ້າ ເພື່ອເປັນຂອງທານ ໃຫ້ແກ່ວິນຍານຜູ້ບໍ່ມີຍາດພີ່ນ້ອງເຮັດບຸນຫາ ຕາມຄວາມເຊື່ອກັນວ່າ ດວງວິນຍານທີ່ຈະເດີນທາງກັບມາຈາກທຸກຫົນທຸກແຫ່ງ ຈະໄດ້ກິນອາຫານກ່ອນຊິມີແສງແດດສ່ອງ ພໍແຈ້ງສະຫວ່າງຊາວບ້ານ ຫລື ຍາດພີ່ນ້ອງກໍ່ພາກັນຕັກບາດ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ບັນພະບູລຸດເພື່ອທົດແທນຄຸນ.

ສໍາລັບມື້ບຸນຫໍ່ເຂົ້າປະດັບດິນ ແມ່ນຕ້ອງຕື່ນແຕ່ເດິກເວລາ 3:00- 4:00ໂມງເຊົ້າ ເພື່ອໄປຢາຍຫໍ່ເຂົ້າໃຫ້ແກ່ຜີເຝດຜີທີ່ບໍ່ມີຍາດຕິພີ່ນ້ອງເຮັດບຸນກຸສົນໄປໃຫ້ ໃນຂະນະທີ່ຢາຍຫໍ່ເຂົ້ານັ້ນທຸກຄັ້ງທີ່ຢາຍຕ້ອງໄຕ້ທູບໄຕ້ທຽນເພື່ອອະທິຖານໃຫ້ຜີທັງຫລາຍມາຮັບເອົາ ເມື່ອຮຸ່ງເຊົ້າຮອດເວລາ 6:00-7:00 ໂມງ ປະຊາຊົນກໍພາກັນໄປຕັກບາດທີ່ວັດ.

ມີການຕັກບາດ ຖວາຍສັງຄະທານຕ່າງໆ (ພິທີທາງພຸດທະ ສາສະໜາ) ອອກ ຕົນຍາດໂຍມ ປະຊາຊົນລາວທຸກຄົນຜູ້ເຖົ້າແກ່ອາວຸໂສ ໝຸ່ມ ສາວ ຕ່າງກໍ່ພາກັນສ້າງບຸນຮັບສິນກິນທານ ເຮັດເຂົ້າຕົ້ມເຂົ້າໜົມ ແລະ ພາເຂົ້າມາຢາດນໍ້າສົ່ງ ບຸນກຸ ສົນໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບມາໂຈມເອົາ ແລະ ອວຍໄຊໃຫ້ພອນແກ່ສັບພະສິ່ງເຈົ້າກຳນາຍເວນຈົ່ງປະສົບແຕ່ຄວາມສຸກສະຫວັດດີ.
ການເຮັດບຸນຫໍ່ເຂົ້າປະດັບດິນ ແມ່ນ ເພື່ອບູຊາເທບພະເຈົ້າຂອງແຜ່ນດິນ ທີ່ມີບຸນຄຸນຕໍ່ທຸກໆຊີວິດ, ເປັນເທດສະການເຮັດພາເຂົ້າ ອຸທິດຫາບັນພະບຸລຸດ, ເພື່ອອຸດທິດແຜ່ຜົນບຸນ ໃຫ້ແກ່ສັບພະສັດທັງຫລາຍ ທີ່ມີຍາດ ແລະບໍ່ມີຍາດ (ເຮັດບຸນໃຫ້ຜີເຜດ ຫລື ຜີບໍລິສາດ) ແລະ ອື່ນໆ

ຄຳວ່າຫໍ່ເຂົ້າປະດັບດິນ ຖືເອົາຕາມລັກສະນະການກະທຳຂອງຄົນໂບຮານກ່ອນການນັບຖືພຣະພຸດ ທະສາສະໜາ ຄືການເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ກ້ວຍ,ອ້ອຍ,ຊີ້ນແຫ້ງ,ປາແຫ້ງ ໝາກພູ ຢາສູບ ລວມກັນເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການຂອງໃຜລາວ ແລ້ວກໍເອົາໄປວາງໄວ້ຕາມ ພຣະທາດ ເຈດີ ລະບຽງສີມ ຕ້າຍວັດ ທາດພໍ່ແມ່ ປູ່ຍາຕາທວດ ຫຼື ເອົາໄປວາງໄວ້ຕາມ ຕົ້ນໄມ້ ຕາມດິນຕາມຫຍ້າ ຕັ້ງແຕ່ເວລາເຊົ້າມືດປະມານ 4-5 ໂມງເຊົ້າຂອງມື້ເດືອນ 9 ດັບ ເພື່ອໃຫ້ພໍ່ແມ່ ປູ່ຍາຕາທວດມາຮັບເອົາຂອງທານຕາມຄວາມເຊື່ອຖືຂອງໂບຮານ ຫໍ່ສິ່ງຂອງເຫລົ່ານັ້ນເມື່ອຖືກຝົນລົມ ແດດນົກກາ ໝູ ໝາເປັດໄກ່ ກັດຈິກຕອດ ກໍຈະຕົກເຮ່ຍຊະຊາຍຕາມດິນຕາມຫຍ້າ ຄົນກໍເລີຍພາກັນເຮັດທຳມາເທົ້າທຸກວັນນີ້