ໄລຍະ 9 ປີ ມີ 277 ຫົວໜ່ວຍ 1 ພັນກວ່າ ຜະລິດຕະພັນ ທີ່ຖືກຮັບຮອງເປັນສິນຄ້າ ODOP ໃນລາວ

158

ມາຮອດປັດຈຸບັນມີການຈັດຕັ້ງປະຕິບັດອອກອະນຸຍາດນຳໃຊ້ກາໝາຍສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ” ໄດ້ທັງໝົດ 277 ຫົວໜ່ວຍ, ມີ 1.019 ຜະລິດຕະພັນສິນຄ້າ, ກວມເອົາ 264 ບ້ານ, ໃນ 108 ເມືອງ ໃນຂອບເຂດທົ່ວປະເທດ.

ປະຊາຊົນລາວມີມູນເຊື້ອດຸໝັ່ນ ແລະ ມີຜະລິດຕະພັນຫຼາຍຢ່າງທີ່ເກີດຈາກຫົວຄິດປະດິດສ້າງ ສາມາດນຳໄປພັດທະນາ ເພື່ອນຳອອກຈຳໜ່າຍສູ່ທ້ອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ ແຕ່ວ່າ ຜະລິດຕະພັນເຫຼົ່ານັ້ນ ຍັງມີຂໍ້ຈຳກັດດ້ານຄຸນນະພາບ ແລະ ຊ່ອງທາງການຕະຫຼາດ, ພ້ອມທັງປະສົບບັນຫາຫຼາຍຢ່າງໃນການຈໍາໜ່າຍ. ເພື່ອແກ້ໄຂຂໍ້ຈຳກັດຕ່າງໆເຫຼົ່ານັ້ນ, ລັດຖະບານລາວ ໄດ້ສະເໜີຂໍຄວາມຊ່ວຍເຫຼືອໄປຍັງ ລັດຖະບານຍີ່ປຸ່ນ ເພື່ອຂໍການສະໜັບສະໜູນໃນການຈັດຕັ້ງການເຄື່ອນໄຫວ ທີ່ຮຽກວ່າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” (ODOP) ເຊິ່ງມີຈຸດປະສົງ ເພື່ອສົ່ງເສີມອຸດສະຫະກຳການຜະລິດຂະໜາດນ້ອຍໃນທ້ອງຖິ່ນ, ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ໄຈກາ ໄດ້ຕອບຮັບຄຳຮ້ອງຂໍດັ່ງກ່າວ ແລະ ໃນປີ 2008 ໄດ້ຈັດຕັ້ງກິດຈະກຳພາກສະໜາມຂຶ້ນ ເພື່ອເປັນການກະກຽມໂຄງການ; ຈາກນັ້ນປີ 2013 ໃນປະເທດລາວໄດ້ມີການຄັດເລືອກ ແລະ ປະກາດຮັບຮອງຫຼາຍຫົວໜ່ວຍທຸລະກິດທີ່ເປັນຜະລິດຕະພັນສິນຄ້າໂອດັອບ ຫຼື ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຕາມທິດສົ່ງເສີມຂອງລັດຖະບານ.

ອີງຕາມຂໍ້ມູນ ຈາກກົມ ສົ່ງເສີມການພັດທະນາສິນຄ້າ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ໃນປີ 2013 ມີ 9 ຫົວໜ່ວຍທີ່ອະນຸຍາດໃຫ້ໃຊ້ກາໝາຍສິນຄ້າໂອດັອບ. ໃນນັ້ນ, 4 ຫົວໜ່ວຍ ຢູ່ນະຄອນຫຼວງ, 2 ຫົວໜ່ວຍຢູ່ແຂວງບໍ່ແກ້ວ ແລະ ແຂວງຫົວພັນ-ຫຼວງນໍ້າທາ-ສາລະວັນ ແຂວງລະ 1 ຫົວໜ່ວຍ. ໃນບັນດາ 9 ຫົວໜ່ວຍນັ້ນ ມີ 44 ຜະລິດຕະພັນທີ່ຖືກຮັບຮອງ ຫຼື ຜ່ານເງື່ອນໄຂຄັດເລືອກໂດຍຈັດເປັນ 3 ໝວດຄື: ຫັດຖະກໍາ 13 ຜະລິດຕະພັນ, ອາຫານ ແລະ ເຄື່ອງດື່ມ 19 ຜະລິດຕະພັນ, ຢາ ແລະ ຢາພື້ນເມືອງ 12 ຜະລິດຕະພັນ.

ນັບຈາກນັ້ນມາກໍມີການປຸກລະດົມສົ່ງເສີມ ແລະ ຄັດເລືອກບັນດາຜູ້ປະກອບການຢູ່ບັນດາເມືອງ-ແຂວງຕ່າງໆໃນຂອບເຂດທົ່ວປະເທດ ໃຫ້ດໍາເນີນທຸລະກິດເປັນໄປໃນແບບແຜນຂອງການພັດທະນາທີ່ຍືນຍົງ, ຍົກສູງຄຸນນະພາບ ແລະ ໃຫ້ມີການຜະລິດທີ່ຕໍ່ເນື່ອງ ຮອງຮັບຕໍ່ຄວາມຕ້ອງການຂອງຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ ໂດຍທາງກະຊວງ ຫຼື ພາກສ່ວນທີ່ກ່ຽວຂ້ອງກໍໄດ້ຊ່ວຍສ້າງເວທີເປີດຕະຫຼາດ, ສ້າງເງື່ອນໄຂວາງສະແດງສິນຄ້າໃນໂອກາດຕ່າງໆ.

ນັບແຕ່ປີ 2013 ຖືວ່າມີການເຄື່ອນໄຫວຄັດເລືອກ ແລະ ສົ່ງເສີມຢ່າງຕໍ່ເນື່ອງເຮັດໃຫ້ມີຫຼາຍຫົວໜ່ວຍໄດ້ຖືກຮອງຮັບສິນຄ້າ ໂອດັອບ ໃນນັ້ນ, ປີ 2014 ມີ 36 ຫົວໜ່ວຍ 116 ຜະລິດຕະພັນ; 2015 ມີ 41 ຫົວໜ່ວຍ 154 ຜະລິດຕະພັນ; ປີ 2016 ມີ 35 ຫົວໜ່ວຍ 125 ຜະລິດຕະພັນ; 2017 ມີ 24 ຫົວໜ່ວຍ 120 ຜະລິດຕະພັນ; ປີ 2018 ມີ 20 ຫົວໜ່ວຍ 67 ຜະລິດຕະພັນ.

ຫຼ້າສຸດ ໃນກາງເດືອນ ສິງຫາ 2022 ທາງກົມ ສົ່ງເສີມການພັດທະນາສິນຄ້າ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ສັງລວມການຈັດຕັ້ງປະຕິບັດອອກອະນຸຍາດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ໄດ້ທັງໝົດ 277 ຫົວໜ່ວຍ, ມີ 1.019 ຜະລິດຕະພັນສິນຄ້າ, ກວມເອົາ 264 ບ້ານ, ໃນ 108 ເມືອງ ໃນຂອບເຂດທົ່ວປະເທດ. ໃນນັ້ນ, ຫົວໜ່ວຍຜະລິດສິນຄ້າປະເພດ ຫັດຖະກໍາ ກວມເອົາ 54% (151 ຫົວໜ່ວຍ); ການຜະລິດສິນຄ້າປະເພດ ຫັດຖະກຳ ມີປະມານ 714 ຜະລິດຕະພັນ; ຫົວໜ່ວຍຜະລິດສິນຄ້າປະເພດ ອາຫານ ແລະ ເຄື່ອງດື່ມ ກວມເອົາ 41% (113 ຫົວໜ່ວຍ); ການຜະລິດສິນຄ້າປະເພດ ອາຫານ ແລະ ເຄື່ອງດື່ມ ມີ 243 ຜະລິດຕະພັນ; ຫົວໜ່ວຍຜະລິດສິນຄ້າປະເພດ ຢາພື້ນເມືອງ ກວມເອົາ 5% (13 ຫົວໜ່ວຍ); ການຜະລິດສິນຄ້າປະເພດ ຢາພື້ນເມືອງ ມີປະມານ 62 ຜະລິດຕະພັນ.