ອຸດົມໄຊ ກຳລັງຈະມີສູນພັດທະນາສີມືແຮງງານທີ່ພ້ອມສ້າງຄົນໃຫ້ມີອາຊີບ

111

ທຸກວັນນີ້ສິ່ງທີ່ຈຳເປັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຄືຄົນທີ່ເກັ່ງເຂົ້າໃຈໃນໜ້າວຽກ ແລະເຮັດວຽກໄດ້ ເຊິ່ງເອີ້ນວ່າ ແຮງງານສີມື ຖືເປັນທີ່ີຂາດບໍ່ໄດ້ໃນທຸກໆຂົງເຂດວຽກງານ ຖ້າບຸກຄະລາກອນມີ ສີມືແຮງງານໄດ້ໂອກາດກ້າວໜ້າກໍມີສູງ ວຽກງານໃນສາຍນັ້ນໆກໍ່ມີຄຸນນະພາບ ຍາມໃດພັກ-ລັດຖະບານຈິ່ງເນັ້ນໜັກສະເໝີໃຫ້ເອົາໃຈໃສ່ຕໍ່ການພັດທະນາສີມືແຮງງານ.

ຫຼ້າສຸດນີ້ຢູ່ແຂວງອຸດົມໄຊ ໄດ້ມີພິທີລົງນາມບົດບັນທຶກຜົນການສຳຫຼວດດ້ານວິຊາການຂອງໂຄງການຊ່ວຍເຫຼືອການກໍ່ສ້າງສູນພັດທະນາສືມືແຮງງານແຂວງອຸດົມໄຊ ລະຫວ່າງສູນພັດທະນາສູນພັດທະນາສືມືແຮງງານ ແລະ ບໍລິສັດສະຖາປັດການອອກແບບ-ຄົ້ນຄວ້າວິສະວະກຳກົນຈັກເລກ 6 ຈຳກັດ ແລະ ກຸ່ມບໍລິສັດທີ່ປຶກສາການກໍ່ສ້າງຈົ່ງຊຶ້ງສາກົນ ຈຳກັດ ຈັດຂຶ້ນວັນທີ 24 ສິງຫາ 2022 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສືມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ Zhang Junping ຫົວໜ້າທີມງານຮັບຜິດຊອບໂຄງການຊ່ວຍເຫຼືອການກໍ່ສ້າງສູນພັດທະນາສືມືແຮງງານແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ພົງຊັກໄຊ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ສສ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍ.


ບົດບັນທຶກຜົນການສໍາຫຼວດດ້ານວິຊາການ ຂອງໂຄງການຊ່ວຍເຫຼືອການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ອີງຕາມເນື້ອໃນຂອງການແລກປ່ຽນລະຫວ່າງລັດຖະບານ ສປ ຈີນ ແລະ ລັດຖະບານ ສປປ ລາວໃນປີ 2021 ລັດຖະບານ ສປ ຈີນ ເຫັນດີໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ໂດຍລັດຖະບານຈີນໄດ້ມອບໃຫ້ບໍລິສັດສະຖາບັນການອອກແບບ-ຄົ້ນຄ້ວາວິສະວະກໍາກົນຈັກ ເລກ 6 ຈໍາກັດ ແລະ ກຸ່ມບໍລິສັດ ທີ່ປຶກສາການກໍ່ສ້າງຈົ່ງຊຶ້ງສາກົນ ຈໍາກັດ ເປັນໜ່ວຍງານຮ່ວມເພື່ອຮັບຜິດຊອບໂຄງການດັ່ງກ່າວ ນັບແຕ່ທ້າຍເດືອນກໍລະກົດ 2022 ຫາທ້າຍເດືອນສິງຫານີ້ ໄດ້ດໍາເນີນການສໍາຫຼວດສະຖານທີ່ກໍ່ສ້າງໂຄງການຕົວຈິງ ແລະ ໂຄງການດັ່ງກ່າວລັດຖະບານລາວໄດ້ມອບໃຫ້ສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ເປັນຜູ້ຮັບຜິດຊອບ ຜ່ານການປຶກສາຫາລືໄດ້ເຫັນດີເປັນເອກະພາບກັນກ່ຽວກັບວຽກງານການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອການກໍ່ສ້າງສູນພັດທະນາສີມືແຮງງານ ແຂວງອຸດົມໄຊ.


ໂຄງການດັ່ງກ່າວຕັ້ງຢູ່ບ້ານບໍ່ ເມືອງ ໄຊ ແຂວງອຸດົມໄຊ ພື້ນທີ່ກໍ່ສ້າງໂຄງການປະກອບມີອາຄານປະຕິບັດຕົວຈິງ 1 ຫຼັງ ຫ້ອງນ້ໍາລວມ ອ່າງເກັບນ້ໍາ ແລະ ປ້ອມຍາມ 1 ຫຼັງ ສິ່ງອໍານວຍຄວາມສະດວກອ້ອມຂ້າງ ແລະ ປະກອບມີອາຄານຫ້ອງການ ອາຄານຫ້ອງຮຽນທິດສະດີ ອາຄານຫ້ອງເຝິກປະຕິບັດ ອາຄານຫໍພັກຍິງ ຫໍພັກຊາຍ ຫໍພັກຄູ-ອາຈານ ໂຮງອາຫານ ສາງເກັບມ້ຽນອຸປະກອນຕ່າງໆ.


(ຂ່າວສານຮສສ)