ວິທະຍາໄລເຕັກນິກລາວ-ເຢຍລະມັນ ຈັບມື ບໍ່ຄໍາທອງເຊໂປນ ສ້າງນັກສຶກສາຊ່າງສີມື 5 ສາຂາໃຫ້ມີຄຸນນະພາບ

134

ບໍລິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ(ບໍ່ຄໍາທອງເຊໂປນ)ໄດ້ເຊັນສັນຍາຮ່ວມມືກັບ ວິທະຍາໄລເຕັກນິກລາວ-ເຢຍລະມັນ ສ້າງນັກສຶກສາຊ່າງສີມື 5 ສາຂາຄື: ເຕັກໂນໂລຊີລົດຍົນ, ໄຟຟ້າເອເລັກໂຕຣນິກ, ຈັກກົນໂຮງງານ, ກົນຈັກໜັກ ແລະ ໂລຫະກຳວິທະຍາ ໃຫ້ມີຄຸນນະພາບ ເປັນມືອາຊີບ ຕອບສະໜອງຄວາມຕ້ອງການຂອງສັງຄົມ.

ໃນວັນທີ 18 ສິງຫາ 2022 ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລີມິເຕັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການຝຶກອົບຮົມນັກສຶກສາຊ່າງສີມື ໃນ 5 ສາຂາ ເຊັ່ນ: ເຕັກໂນໂລຊີລົດຍົນ, ໄຟຟ້າເອເລັກໂຕຣນິກ, ຈັກກົນໂຮງງານ, ກົນຈັກໜັກ ແລະ ໂລຫະກຳວິທະຍາ.

ຕາງໜ້າລົງນາມໂດຍ ທ່ານ ສະໝານ ອາເນກາ ຜູ້ອໍານວຍການໃຫຍ່ ບໍລິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ ແລະ ທ່ານ ຄໍາສະໄຫວ ຍ່ອມມີລາວົງ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໂດຍມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ເຂົ້າຮ່ວມທັງໝົດຮ່ວມເປັນສັກຂີພິຍານ, ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນເພື່ອສ້າງບຸກຄະລາກອນໃນສາຂາຊ່າງ ໄຟຟ້າເອເລັກໂຕຣນິກ, ຈັກກົນ ໂຮງງານ, ໂລຫະກຳວິທະຍາ (ການເຊື່ອມຈອດ), ກົນຈັກໜັກ ແລະ ເຕັກໂນໂລຊີລົດຍົນ ໃຫ້ມີຄຸນນະພາບ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ເພື່ອສະໜອງການຝຶກອົບຮົມຊ່າງສີມືແຮງງານໃຫ້ສອດຄ່ອງກັບມາດຕະຖານດ້ານອາຊີວະສຶກສາຂອງລາວ ແລະ ບໍລິສັດ ທີ່ໄດ້ກຳນົດໄວ້ ພ້ອມທັງ ເພື່ອສົ່ງເສີມການມີວຽກເຮັດງານທຳ ພາຍຫຼັງສຳເລັດການສຶກສາ ໃນການຝຶກອົບຮົມນັກສຶກສາຊ່າງສີມື ໃນ 5 ສາຂາເຊັ່ນ: ເຕັກໂນໂລຊີລົດຍົນ, ໄຟຟ້າເອເລັກໂຕຣນິກ, ຈັກກົນໂຮງງານ, ກົນຈັກໜັກ ແລະ ໂລຫະກຳວິທະຍາ.

ທ່ານ ສະໝານ ອາເນກາ ໄດ້ກ່າວມີຄໍາເຫັນຕໍ່ພິທີວ່າ: ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ເປັນໜຶ່ງໂຄງການຂຸດຄົ້ນຄຳ-ທອງທີ່ໃຫຍ່ທີ່ສຸດໃນ ສປປ ລາວ ຕັ້ງຢູ່ເມືອງວິລະບູລີ, ແຂວງສະຫວັນນະເຂດ. ບໍລິສັດໄດ້ເລີ່ມການຜະລິດຄໍາທຳອິດໃນປີ 2003 ແລະ ແຜ່ນທອງສຳເລັດຮູບໃນ ປີ 2005, ຄຽງຄູ່ກັບການດຳເນີນທຸລະກິດ, ບໍລິສັດຍັງໃຫ້ຄວາມສຳຄັນ ໃນການພັດທະນາຊຸມຊົນ ແລະ ຊັບພະຍາກອນມະນຸດ ແລະ ນັບຕັ້ງແຕ່ເລີ່ມດຳເນີນງານ, ບໍລິສັດ ໄດ້ລົງທຶນ ຫຼາຍລ້ານໂດລາສະຫະລັດເຂົ້າໃນໂຄງການພັດທະນາ ຊັບພະຍາກອນມະນຸດ ເປັນຕົ້ນແມ່ນ ການຝຶກອົບຮົມພະນັກງານ, ໃຫ້ທຶນການສຶກສາທັງພາຍໃນ ແລະ ຕ່າງປະເທດ, ນັກສຶກສາຊ່າງສີມື, ນັກສືກສາບໍລິຫານທຸລະກິດ ແລະ ນັກສຶກສາ ຝຶກງານ ເວົ້າສະເພາະໂຄງການນັກສຶກສາຊ່າງສີມື ແລະ ທຶນການ ສຶກສາ, ບໍລິສັດໄດ້ລົງທຶນຫຼາຍກວ່າ 4 ລ້ານໂດລາ.

ຜ່ານໂຄງການການຮ່ວມມືກັບຫຼາຍໆສະຖາບັນການສຶກສາທັງພາຍໃນ ແລະ ຕ່າງປະເທດ, ບໍລິສັດໄດ້ສ້າງ ຊ່າງເຕັກນິກ 105 ຄົນໃນໂຄງການນັກສຶກສາຊ່າງສີມື ແລະ ສະໜອງທຶນການສຶກສາໃຫ້ແກ່ວິຊາການຝ່າຍເຕັກນິກ 36 ຄົນເພື່ອຮຽນຕໍ່ໃນຕ່າງປະເທດ. ຫຼັງຈາກ ສຳເລັດການສຶກສາແລ້ວ, ບໍລິສັດ ໄດ້ສະໜອງການຈ້າງງານໃຫ້ແກ່ເຂົາເຈົ້າ ແລະ ພວກເຮົາມີຄວາມພູມໃຈທີ່ໄດ້ເຫັນຊ່າງເຕັກນິກ ແລະ ວິຊາການເຫຼົ່ານີ້ກ້າວໜ້າ ໃນສາຍອາຊີບຂອງເຂົາເຈົ້າ ແລະ ກາຍເປັນແຮງງານທີ່ມີທັກສະປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ທ່ານຍັງກ່າວຕື່ມວ່າ: ໃນຊ່ວງປີ 2015-2018, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດໄດ້ມີການຮ່ວມມືກັບວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໃນໂຄງການຝຶກອົບຮົມນັກສຶກສາຊ່າງ ສີມື ໄດ້ສ້າງຊ່າງສີມືຈຳນວນ 16ຄົນ ແລະ ເຂົາເຈົ້າໄດ້ກາຍເປັນພະນັກງານທີ່ມີທັກສະໃນບໍລິສັດ, ໂຄງການຮ່ວມມືທີ່ຜ່ານໄດ້ຖືວ່າໄດ້ຈົບລົງ ດ້ວຍ ຜົນສຳເລັດທີ່ດີ ໂຄງການນີ້ຍັງໄດ້ສ້າງໂອກາດຫຼາຍໆຢ່າງໃຫ້ແກ່ຊຸມຊົນທ້ອງຖິ່ນໃນເມືອງວິລະບູລີ ເຊິ່ງຈະໄດ້ຮັບຜົນປະໂຫຍດຈາກກໍຄືໂອກາດເຂົ້າເຖິງການສຶກສາ ແລະ ການຈ້າງງານ, ນັກຮຽນທີ່ຮຽນຈົບ ມັດທະຍົມຕອນປາຍ ຈາກຄອບຄົວທີ່ທຸກຍາກ ແລະ ຊຸມຊົນທີ່ຢູ່ໃກ້ເຂດບໍ່ແຮ່ ຈະມີໂອກາດໃນການສຶກສາ ແລະ ໄດ້ຮັບການຈ້າງງານ ກັບບໍລິສັດ ໂຄງການນີ້ ຈະສາມາດປ່ຽນແປງຊີວິດ ຂອງຊາວໜຸ່ມທີ່ຢູ່ໃນຊຸມຊົນ, ປັບປຸງຊີວິດການເປັນຢູ່ ແລະ ສ້າງນາຍຊ່າງ ເຕັກນິກທີ່ມີຄວາມຊຳນານຮຸ່ນຕໍ່ໄປໃຫ້ແກ່ຊຸມຊົນ.


ສໍາລັບໄລຍະເວລາການຈັດຕັ້ງປະຕິບັດໂຄງການຝຶກອົບຮົມນັກສຶກສາຊ່າງສີມືຈະປະກອບດ້ວຍ 3 ຊຸດ, ເຊິ່ງເລີ່ມຈັດຕັ້ງປະບັດແຕ່ປີ 2022 – 2023 ການຄຸ້ມຄອງໂຄງການຕໍ່ມາແມ່ນຈະສິ້ນສຸດໃນປີ 2027.