ພັນລະຍາການນຳ ສສ ຫວຽດນາມ ເຂົ້າຢ້ຽມຊົມພິພິທະພັນຜ້າໄຫມລາວ

76

ວັນທີ 24 ສິງຫາ 2022 ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກໍາລາວ ໄດ້ຮັບກຽດຕ້ອນຮັບການເຂົ້າຊົມພິພິທະພັນຜ້າໄຫມລາວ ຕັ້ງຢູ່ບ້ານໜອງທາໃຕ້, ເມືອງຈັນທະບູລີ ຂອງພັນລະຍາຂອງທ່ານລັດຖະມົນຕີຊວງການ ຕ່າງປະເທດ ສສ ຫວຽດນາມ, ພັນລະຍາທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ສປປ ລາວ.

ຄະນະມີຄວາມສົນໃຈຫຼາຍຕໍ່ການອະນຸລັກມໍລະດົກການຕໍ່າຜ້າພື້ນເມືອງຂອງລາວ ໂດຍສະເພາະແມ່ນການສ້າງມູນຄ່າເພີ່ມໃຫ້ກັບສິນຄ້າຜ້າຕໍ່າດ້ວຍມືຂອງແມ່ຍິງລາວ ສ້າງລາຍໄດ້ເປັນກອບເປັນກໍາໃຫ້ກັບຕົນເພື່ອນໍາໄປຊ່ວຍເຫລືອເກື້ອກູນໃຫ້ກັບຄອບຄົວ.

ທ່ານ ຫານຊະນະ ສີສານ ໄດ້ອະທິບາຍກ່ຽວກັບປະຫວັດຄວາມເປັນມາຂອງການປູກມອນລ້ຽງມ້ອນ, ຕໍ່າຫູກສາວໄໝນັ້ນ, ຕາມການບັນທຶກປະຫວັດສາດທີ່ເກົ່າແກ່ໃນຍຸກລາດຊະວົງຮັ່ນ ປະມານ 2000 ກ່ວາປີກ່ອນນີ້ ກໍໄດ້ເວົ້າເຖິງຊົນເຜົ່າພື້ນເມືອງຢູ່ເຂດພາກໃຕ້ຂອງຈີນໄດ້ຮູ້ຈັກການປູກມອນລ້ຽງມ້ອນ, ຕໍ່າຫູກສາວໄໝ ແລະ ທັງຮູ້ຈັກນໍາເອົາເປືອກໄມ້ມາເຮັດສີຍ້ອມເສື້ອຜ້າເປັນແລ້ວ ຊົນເຜົ່າພື້ນເມືອງເລົ່ານັ້ນ ເປັນກົກເຫງົ້າຂອງລາວເຮົາລວມທັງຊົນເຜົ່າອື່ນໃນອາຊີຕາເວັນອອກສ່ຽງໃຕ້.

ຜ້າພື້ນເມືອງບໍ່ພຽງແຕ່ໃຊ້ເປັນເຄື່ອງນຸ່ງຫົ່ມເຄື່ອງໃຊ້ສອຍໃນຊີວິດປະຈໍາວັນເທົ່ານັ້ນ ແຕ່ຍັງເປັນເຄື່ອງປະກອບໃນພິທີກໍາທາງສາດສະຫນານໍາອີກ ຜ້າໄດ້ກາຍມາເປັນຈິດວິນຍານແຕ່ດຶກດໍາບັນ ແລະ ປັດຈຸບັນໄດ້ກາຍມາເປັນຂະແໜງເສດຖະກິດທີ່ສໍາຄັນໜຶ່ງທີ່ຊ່ວຍໃຫ້ແມ່ຍິງລາວ ມີຊີວິດທີ່ດີຂຶ້ນ.