ແຈ້ງປັບຂຶ້ນ​ລາຄານ້ຳມັນ​ກາຊວນ​ 200​ ກີບຕໍ່ລິດ​ ເລີ່ມ​ປະຕິບັດ​ 6:00​ ໂມງ​ເຊົ້າມື້ອື່ນ​

182

​ກະຊວງອຸດສາຫະກຳ​ ແລະ​ ການຄ້າ​ ອອກແຈ້ງການ ເລກທີ​ 1114/ອຄ,​ ລົງວັນທີ​ 24 ສິງຫາ​ 2022​ ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ ລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປົ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ.​

ອີງຕາມ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 168/ຄປຈ, ລົງວັນທີ 06 ມິຖຸນາ 2022; ອີງຕາມ ດຳລັດວ່າດ້ວຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010, ອີງຕາມ ດໍາລັດວ່າດ້ວຍ ການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ແລະ​ ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ​ ເລກທີ 631/ຫສນຍ, ລົງວັນທີ 09 ພຶດສະພາ 2022.
ກະຊວງອຸດສາຫະກຳ ແລະ ການຄ້າ​ ແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ ລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ເປົ້າຂາຍຍ່ອຍນໍ້າມັນເຊື້ອໄຟດັ່ງນີ້:
1. ປັບຂຶ້ນສະເພາະລາຄາຂາຍຍ່ອຍນໍ້າມັນກາຊວນ 200 ກີບ/ລິດ ແລະ ເລີ່ມປະຕິບັດວັນທີ 25 ສິງຫາ 2022, ເວລາ 06:00 ໂມງ.
2. ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0767/ກຄພນ, ລົງວັນທີ 23 ສິງຫາ 2022 ຈົນກວ່າຈະມີການປ່ຽນແປງ.
3. ລາຄາລຸ່ມນີ້ ແມ່ນລາຄາຂາຍຍ່ອຍໃນເຂເທດສະບານແຂວງ, ນະຄອນຫຼວງວຽງຈັນ