ແຈ້ງປັບຂຶ້ນລາຄານ້ຳມັນ ເລີ່ມ 6:00 ໂມງ 25 ສິງຫາ 2022

181

ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ອີງຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1114/ອຄ ລົງວັນທີ 24 ສິງຫາ 2022 ວ່າດ້ວຍການປະກາດປ່ຽນແປງລາຄານ້ຳມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 25 ສິງຫາ 2022 ເວລາ 6 ໂມງເຊົ້າເປັນຕົ້ນໄປ.

ການປັບຂຶ້ນຄັ້ງນີ້ແມ່ນ ມີພຽງໜຶ່ງໃນ 3 ຊະນິດນ້ຳມັນກໍ່ຄືມີພຽງນ້ຳມັນກາຊວນເທົ່ານັ້ນທີ່ໄດ້ປັບຂຶ້ນ 200 ກີບຕໍ່ລິດ ສ່ວນລາຄານ້ຳມັນແອັດຊັງພິເສດ ແລະແອັດຊັງທຳມະດາແມ່ນຍັງຮັກສາໃນລາຄາເກົ່າບໍ່ມີການປ່ຽນແປງ.

ສຳລັບການຄິດໄລ່ເສຍພັນທະ ແລະຄ່າທຳນຽມຕ່າງໆແມ່ນໃຫ້ພາກສ່່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ໃນໂຄງສ້າງລາຄານ້ຳມັນເຊື້ອໄຟສະບັບເລກທີ 0767/ກຄພນ ລົງວັນທີ 23 ສິງຫາ 2022 ຈົນກວ່າຈະມີການປ່ຽນແປງ.

ຈາກການປປັບຂຶ້ນດັ່ງກ່າວເຮັດໃຫ້ລາຄານ້ຳມັນກາຊວນຢູ່ນະຄອນຫຼວງວຽງຈັນ ໄດ້ເພີ່ມຂຶ້ນຈາກ 18.660 ກີບມາເປັນ 18.860 ກີບ, ສ່ວນແຂວງອື່ນໆກໍ່ພຽງບວກຂຶ້ຈາກລາຄາເດີມ 200 ກີບຕໍ່ລິດ.