ກອງປະຊຸມຜູ້ອຳນວຍການໃຫຍ່ທາງລົດໄຟ ອາຊຽນ ຄັ້ງທີ 42

67

ກອງປະຊຸມຜູ້ອຳນວຍການໃຫຍ່ທາງລົດໄຟສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ) ຄັ້ງທີ 42 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ ຢູ່ນະຄອນດານັງ ສສ ຫວຽດນາມ.

May be an image of train and railroad

ຜູ້ແທນ ແລະ ຜູ້ສັງເກດການຂະແໜງທາງລົດໄຟ 170 ທ່ານ ມາຈາກ 8 ປະເທດໃນກຸ່ມອາຊຽນ ເຊິ່ງລວມມີ: ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ລະຫວ່າງວັນທີ 23 – 25 ສິງຫາ. ບັນດານັກຄຸ້ມຄອງ, ຜູ້ບໍລິຫານທາງລົດໄຟອາຊຽນ ໄດ້ປຶກສາຫາລື, ແລກປ່ຽນບົດຮຽນໃນການພັດທະນາ ແລະ ຂຸດຄົ້ນທາງລົດໄຟໃນພາກພື້ນຢ່າງມີປະສິດທິຜົນ, ຍຸດທະສາດພັດທະນາທາງລົດໄຟຢູ່ບັນດາປະເທດສະມາຊິກ; ບົດຮຽນໃນການເຄື່ອນໄຫວ, ຄຸ້ມຄອງລະບົບທາງລົດໄຟ…

May be an image of train, sky and railroad

ທ່ານ ດັ່ງສີແມ້ງ ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໃຫ້ຮູ້ວ່າ: “ ປັດຈຸບັນ, ກະຊວງຄົມມະນາຄົມຂົນສົ່ງ ພວມເປັນເຈົ້າການສ້າງຂັ້ນຕອນ, ມາດຕະການ, ກົນໄກນະໂຍບາຍປະຕິບັດການວາງແຜນຜັງເລກທີ 1769 ຂອງນາຍົກລັດຖະມົນຕີ. ພວກຂ້າພະເຈົ້າຫວັງວ່າຈະມີຂັ້ນຕອນລະອຽດເພື່ອພັດທະນາ ແລະ ສ້າງສຳເລັດເຄືອຂ່າຍທາງລົດໄຟ ຫວຽດນາມ, ເຊື່ອມຕໍ່ກັບພາກພື້ນ ແລະ ບັນດາປະເທດອາຊຽນ. ຜ່ານກອງປະຊຸມຄັ້ງນີ້, ໄດ້ຖອດຖອນເອົາບົດຮຽນ, ການກຳນົດທິດ, ມາດຕະການ ເພື່ອສ້າງ, ພັດທະນາເຄືອຂ່າຍທາງລົດໄຟຂອງແຕ່ລະປະເທດ ແລະ ພາກພື້ນ ”.