ຫວຽດນາມ – ສິງກະໂປ ຮ່ວມກັນພັດທະນາເຂດອຸດສາຫະກຳ VSIP III

60

ທະນາຄານການຄ້າຫຸ້ນສ່ວນ ລົງທຶນ ແລະ ພັດທະນາຫວຽດນາມ ( BIDV ) ແລະ ບໍລິສັດ ຮ່ວມທຸລະກິດເຂດອຸດສາຫະກຳ ຫວຽດນາມ – ສິງກະໂປ ( VISP ) ຈຳກັດ ໄດ້ເຊັນສັນຍາປ່ອຍສິນເຊື່ອສະໜັບສະໜູນໂຄງການລົງທຶນກໍ່ສ້າງເຂດອຸດສາຫະກຳຫວຽດ   ນາມ – ສິງກະໂປ III ຢູ່ແຂວງ ບິ່ງເຢືອງ ( VSIP III – ບິ່ງເຢືອງ ) ໃນມູນຄ່າ 4.600 ຕື້ດົງ ( ປະມານ 200 ລ້ານໂດລາສະຫະລັດ ).

May be an image of 6 people and people standing

ເຂດອຸດສາຫະກຳ VSIP  III – ບິ່ງເຢືອງ ມີເນື້ອທີ່ 1.000 ກວ່າເຮັກຕາ ຄາດວ່າ: ຍອດເງິນລົງທຶນປະມານ 13.300 ຕື້ດົງ, ເຂດອຸດສາຫະກຳ VSIP III – ບິ່ງເຢືອງ ຈະສ້າງໃຫ້ເປັນເຂດອຸດສາຫະກຳແບບຢ່າງ ໄດ້ມາດຕະຖານ ໂດຍມຸ່ງເນັ້ນເຄັ່ງຄັດກ່ຽວກັບສິ່ງແວດລ້ອມ, ຄວາມປອດໄພ, ພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ ໂດຍຈະນຳໃຊ້ເຕັກໂນໂລຊີອັດສະລິຍະເຂົ້າຊ່ວຍໃນການກໍ່ສ້າງ ຫາກກໍ່ສ້າງສຳເລັດຈະກາຍເປັນເຂດອຸດສາຫະກຳຄົບວົງຈອນ, ອັດສະລິຍະ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ທັນສະໄໝ.

May be an image of 9 people and people standing