ກຳປູເຈຍ ປະກາດຫ້າມນຳເຂົ້າແປ້ງເດັກຈາກໄທ ແລະ ມາເລເຊຍ ຫຼັງພົບສານປົນເປື້ອນ

62

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 24 ສິງຫາ 2022 ວ່າ ສຳນັກງານຄຸ້ມຄອງຜູ້ບໍລິໂພກ, ການແຂ່ງຂັນ ແລະ ປາບປາມການສໍ້ໂກງ ( CCF ) ຂອງກຳປູເຈຍ ໄດ້ປະກາດ ຫ້າມນຳເຂົ້າ ແລະ ຈຳໜ່າຍແປ້ງເດັກຈາກໄທ ແລະ ມາເລເຊຍ ຊົ່ວຄາວ ຫຼັງກວດພົບວ່າມີສານປົນເປື້ອນແຮ່ໃຍຫີນ.

May be an image of 1 person

ຖະແຫຼງການຂອງ CCF ລະບຸວ່າ: ຜະລິດຕະພັນທີ່ມີການປົນເປື້ອນແຮ່ໃຍຫີນ ໄດ້ແກ່ ຈອນສັນ ແປ້ງເດັກ ສູດບລອນຊຳ, ດີນີ ແປ້ງເດັກ, ໂຄໂດໂມ ແປ້ງເດັກ, ແປ້ງເຢັນ ເພຊັສ ແລະ ເບບີມາຍ ເນເຊີຣັລ ແອນ ມາຍ ທີ່ຜະລິດຈາກປະເທດໄທ.

May be an image of food

ນອກຈາກນີ້ CCF ຍັງຫ້າມນໍາເຂົ້າ ແລະ ຈໍາໜ່າຍແປ້ງເດັກຍີ່ຫໍ້ Pureen ແລະ Laffair Be Love ທີ່ຜະລິດຈາກມາເລເຊຍ ເຊິ່ງຜະລິດຕະພັນເຄື່ອງສໍາອາງດັ່ງກ່າວນີ້ ຈະຕ້ອງບໍ່ມີການປົນເປື້ອນແຮ່ໃຍຫີນ ເນື່ອງຈາກອາດຈະເປັນອັນຕະລາຍຕໍ່ສຸຂະພາບ ໂດຍສະເພາະອາດຈະກໍ່ໃຫ້ເກີດພະຍາດມະເຮັງ ເຊິ່ງຜະລິດຕະພັນແປ້ງເດັກດັ່ງກ່າວນີ້ ຈະຕ້ອງປອດຈາກການປົນເປື້ອນແຮ່ໃຍຫີນ ຖະແຫຼງການຂອງ CCF ລະບຸ.